ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ບັງກະລາເທດ

(VOVWORLD) - ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບນຳກັນ ວ່າຈະຊຸກຍູ້ຈັດຕັ້ງກອງປະຊຸມ ປຶກສາຫາລືການເມືອງ ຄັ້ງທີ 2 ລະຫວ່າງ ສອງກະຊວງການຕ່າງປະເທດ...

ວັນທີ 12 ກັນຍາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Md. Shahidul Haque ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ບັງກະລາເທດ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ WEF ASEAN 2018 ຢູ່ຫວຽດນາມ

ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບນຳກັນ ວ່າຈະຊຸກຍູ້ຈັດຕັ້ງກອງປະຊຸມ ປຶກສາຫາລືການເມືອງ ຄັ້ງທີ 2 ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ກອງປະຊຸມຄະນະກຳມະການປະສົມ ຫວຽດນາມ ບັງກະລາເທດ ຄັ້ງທີ 3 ຢູ່ຮ່າໂນ້ຍ ໃນທ້າຍປີ 2018 ຫຼື ຕົ້ນປີ 2019 ເພື່ອແລກປ່ຽນບັນດາມາດຕະການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ມີຢູ່ແລ້ວຂອງສອງປະເທດຢ່າງມີປະສິດທິຜົນ; ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີ ບັງກະລາເທດ ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກ ບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021; ເສີມຂະຫຍາຍບົດບາດຕັ້ງໜ້າ, ຖືເປັນສຳຄັນບັນດາຫຼັກການຄື ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມ ປອດໄພ ແລະ ຄວາມເສລີພາບ ໃນການເດີນທະເລ ແລະ ການບິນ ຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ