ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ ກຸ່ມ​ບໍ​ລິ​ສັດ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ສຸກ​ເສີນ ຍີ່​ປຸ່ນ

(VOVWORLD) -ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ ກຸ່ມ​ບໍ​ລິ​ສັດ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ  ສຸກ​ເສີນ ຍີ່​ປຸ່ນ - ảnh 1 ທ່ານ ປະທານກຸ່ມບໍລິສັດ ການບໍລິການສາທາລະນະສຸກ  ສຸກເສີນ ຍີ່ປຸ່ນ (EMS) Matsuoka Yoshinori ມອບຂອງຂວັນໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VOV)

ຕອນບ່າຍວັນທີ 31 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ ປະທານກຸ່ມບໍລິສັດ ການບໍລິການສາທາລະນະສຸກ  ສຸກເສີນ ຍີ່ປຸ່ນ (EMS) Matsuoka Yoshinori ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ເພື່ອກະກຽມເປີດສູນການແພດ ຍີ່ປຸ່ນ T-Matsuoka ປະຈຳ ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ຍີ່ປຸ່ນ ສ້າງເງື່ອນໄຂສະດວກ ໃນການອອກວິຊາໃຫ້ຊາວຫວຽດນາມ ໄດ້ເຂົ້າເມືອງຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງກຸ່ມບໍລິສັດ EMD ມາລົງທຶນ ແລະ ກໍ່ສ້າງສູນການແພດຍີ່ປຸ່ນ T-Matsuoka ແຫ່ງທຳອິດຢູ່ຮ່າໂນ້ຍ ດ້ວຍຍອດເງິນລົງທຶນກ້ອນໃຫຍ່, ມີພື້ນຖານວັດຖຸ, ອຸປະກອນທັນສະໄໝ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ ກໍ່ຄືເພີ່ມຄຸນນະພາບໃນການກວດ ແລະ ປິ່ນປົວພະຍາດຢູ່ ຫວຽດນາມ

ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ