ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ Prak Sokhonn

(VOVWORLD) -ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ການສຶກສາບໍາລຸງສ້າງ, ການທ່ອງທ່່ຽວ, ແລກປ່ຽນວັດທະນະທໍາ, ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ກໍຄືການສຶກສາໃຫ້ແກ່ລຸ້ນໜຸ່ມກ່ຽວກັບມູນເຊື້ອແຫ່ງການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ Prak Sokhonn - ảnh 1ການເຈລະຈາລະຫວ່າງ  ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ກັບ ທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ Prak Sokhonn (ພາບ:TTXVN)

ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ Prak Sokhonn ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 27 ພະຈິກ. ທີ່ການເຈລະຈາກັບທ່ານ ຟ້າມບິງມິນ ທ່ານ Prak Sokhonn ສະເໜີວ່າ ບັນດາວິສາຫະກິດຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ກໍາປູເຈຍ. ພ້ອມທັງຢັ້ງຢືນວ່າ ລັດຖະບານກໍາປູເຈຍ ຈະມານະພະຍາຍາມສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ມີຄວາມອຸ່ນອ່ຽນໃຈລົງທຶນ, ດໍາເນີນທຸລະກິດຢູ່ກໍາປູເຈຍ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ການສຶກສາບໍາລຸງສ້າງ, ການທ່ອງທ່່ຽວ, ແລກປ່ຽນວັດທະນະທໍາ, ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ກໍຄືການສຶກສາໃຫ້ແກ່ລຸ້ນໜຸ່ມກ່ຽວກັບມູນເຊື້ອແຫ່ງການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.

        ສອງທ່ານເຫັນດີເພີ່ມທະວີການສົມທົບກັນຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນໍາຂັ້ນສູງສອງປະເທດໄດ້ລົງນາມນໍາກັນ; ເພີ່ມທະວີການສົມທົບກັນໃນຂອບເຂດອະນຸພາກພື້ນແມ່ນໍ້າຂອງ ແລະ ເຂດສາມລ່ຽມຄໍາ ກໍາປູເຈຍ - ລາວ - ຫວຽດນາມ; ສະໜັບສະໜູນເຊິ່ງກັນແລະກັນໃນປີ 2020 ເມື່ອ ຫວຽດນາມ ເປັນປະທານອາຊຽນ ແລະ ກໍາປູເຈຍ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ASEM  ຄັ້ງທີ 13. ນອກຈາກນັ້ນ, ສອງຝ່າຍກໍໄດ້ຢືນຢັນເຖິງຄວາມສໍາຄັນຂອງການປ້ອງກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຊຸກຍູ້ການເຈລະຈ COC, ສູ້ຊົນບັນລຸ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ