ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ພົບ​ປະ​ສອງ​ຝ່າຍ​ຢູ່ ສັບ​ປະດາ​ຂັ້ນ​ສູງກອງ​ປະ​ຊຸມ​ຄັ້ງ​ທີ 74 ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ

(VOVWORLD) -ວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວເນື່ອງໃນໂອກາດເຂົ້າຮ່ວມ ວາລະກອງປະຊຸມປຶກສາຫາລືລວມຂັ້ນສູງກອງປະຊຸມຄັ້ງທີ 74 ສະມັດຊາໃຫຍ່ ສປຊ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ພົບ​ປະ​ສອງ​ຝ່າຍ​ຢູ່ ສັບ​ປະດາ​ຂັ້ນ​ສູງກອງ​ປະ​ຊຸມ​ຄັ້ງ​ທີ 74 ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໃຫ້ການຕ້ອນຮັບ ທ່ານ David Hale ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ໃນບັນດາການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີສາທາລະນະລັດ ອູກັນດາ, ທ່ານນາຍົກລັດຖະມົນຕີປະເທດເກາະ ແຊັງແວັງຊັງ, ທ່ານ ລັດຖະມົນຕີການຕ່າງປະເທດ ອານເຊຣີ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາລ້ວນແຕ່ສະແດງອາລົມຈິດຢ່າງເລິກເຊິ່ງກັບ ຫວຽດນາມ, ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ສະເໜີວ່າ ຫວຽດນາມ ດ້ວຍບັນດາມາດຕະການເພື່ອແນໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການພົວພັນແລກປ່ຽນປະຊາຊົນ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ…

        ທີ່ການຕ້ອນຮັບທ່ານ David Hale ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ສອງຝ່າຍສົມທົບກັນເພີ່ມທະວີການພົບປະ ແລະ ສົນທະນາ, ເປັນຕົ້ນແມ່ນຂັ້ນສູງ, ເຮັດໃຫ້ຂອບເຂດການພົວພັວດ້ານການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…ໃຫ້ເລິກເຊິ່ງ ແລະ ເປີດກວ້າງ ກວ່າ, ເພີ່ມທະວີການຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ. ສ່ວນ ທ່ານ David Hale ໄດ້ສະແດງຄວາມດີໃຈຕໍ່ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ສອງປະເທດໃນໄລຍະທີ່ຜ່ານມາ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ອາເມລິກາມີຜົນປະໂຫຍດໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ປາດຖະໜາວ່າ ສອງຝ່າຍຈະຮັກສາການພົບປະກັນໃນທຸກຂັ້ນ, ມີການທາບທາມຄຳເຫັນເປັນປະຈຳ ແລະ ສົມທົບກັນໃນການພົວພັນສອງຝ່າຍກໍ່ຄືບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ