ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ນ ​ເຮັດ​ວຽກກັບ ຄະນະ​ກໍາມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນອັດຕາສ່ວນທຶນ ODA  ນັ້ນ, ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນມີອັດຕາສູງທີ່ສຸດ, ການຊຸກຍູ້ການປ່ອຍງົບປະມານຂອງນະຄອນໂຮ່ຈີມິນ ແມ່ນໜ້າວຽກທີ່ຈໍາເປັນ.
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ນ ​ເຮັດ​ວຽກກັບ ຄະນະ​ກໍາມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ມອບຂອງຂວັນໃຫ້ແກ່ຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ນະຄອນໂຮ່ຈີມິນ ແລະ ນັກຊ່ຽວຊານ ຍີ່ປຸ່ນ  (ພາບ:VGP)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຮັດວຽກກັບຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ກ່ຽວກັບສະພາບການຈັດຕັ້ງປະຕິບັດບັນດາໂຄງການໃຊ້ທຶນ ODA ແລະ ເງິນກູ້ຢືມບຸລິມະສິດຈາກຕ່າງປະເທດ ໃນບໍລິເວນນະຄອນ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນອັດຕາສ່ວນທຶນ ODA  ນັ້ນ, ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນມີອັດຕາສູງທີ່ສຸດ, ການຊຸກຍູ້ການປ່ອຍງົບປະມານຂອງນະຄອນໂຮ່ຈີມິນ ແມ່ນໜ້າວຽກທີ່ຈໍາເປັນ. ຕາມທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນແລ້ວ, ບັນດາຂໍ້ຕິດຂັດໃນການແກ້ໄຂໃຫ້ນັກຊ່ຽວຊານຕ່າງປະເທດກັບມາເຮັດວຽກຄືນໃໝ່ນັ້ນ, ທາງນະຄອນໂຮ່ຈີມິນ ຕ້ອງເປັນເຈົ້າການ ແລະ ສູນກາງຈະແກ້ໄຂໂດຍໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ