ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ

(VOVWORLD) - ທີ່ບັນດາການພົບປະ, ທ່ານ ຟ້າມບິ່ງມິງ ໄດ້ລາຍງານຕໍ່ການນຳຂັ້ນສູງລາວ ກ່ຽວກັບໝາກຜົນຂອງກອງປະຊຸມປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດລາວ ເມື່ອວັນທີ 29 ພະຈິກ 2020, ທ່ານກໍ່ຢັ້ງຢືນວ່າ ກະຊວງການຕ່າງປະເທດສອງປະເທດຈະມານະພະຍາຍາມສົມທົບກັບບັນດາກະຊວງ, ຂະແໜງການສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ລາຍການ ແລະ ໂຄງການຮ່ວມມື ຫວຽດນາມ ລາວ ໃຫ້ເປັນຢ່າງດີ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ

  ໃນຂອບເຂດການຢ້ຽມຢາມ ລາວຢ່າງເປັນທາງການ ແລະ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຂັ້ນລັດຖະມົນຕີ ການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7, ວັນທີ 30 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.

        ທີ່ບັນດາການພົບປະ, ທ່ານ ຟ້າມບິ່ງມິງ ໄດ້ລາຍງານຕໍ່ການນຳຂັ້ນສູງລາວ ກ່ຽວກັບໝາກຜົນຂອງກອງປະຊຸມປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດລາວ ເມື່ອວັນທີ 29 ພະຈິກ 2020, ທ່ານກໍ່ຢັ້ງຢືນວ່າ ກະຊວງການຕ່າງປະເທດສອງປະເທດຈະມານະພະຍາຍາມສົມທົບກັບບັນດາກະຊວງ, ຂະແໜງການສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ລາຍການ ແລະ ໂຄງການຮ່ວມມື ຫວຽດນາມ ລາວ ໃຫ້ເປັນຢ່າງດີ, ພ້ອມທັງຕັ້ງໜ້າກະກຽມໃຫ້ແກ່ບັນດາການເຄື່ອນໄຫວທາງການທູດສຳຄັນຂອງສອງປະເທດ ໃນເດືອນທັນວາຈະມາເຖິງ, ໃນນັ້ນມີກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ.

        ສ່ວນບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ, ການນຳລາວກໍ່ຢັ້ງຢືນວ່າ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສະພາແຫ່ງຊາດລາວ ຫຼັງໃໝ່, ເຂົ້າຮ່ວມການເຮັດວຽກກັບຮອງປະທານສະພາແຫ່ງຊາດ ລາວ ສົມພັນ ແພງຄຳມີ…


ຕອບກັບ

ຂ່າວ/ບົດ​ອື່ນ