ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫ​ວຽດ​ນາມ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ​ສະ​ຫະ​ພັນ​ເພື່ອ​ລັດ​ທິຫຼາຍ​ຝ່າຍ

(VOVWORLD) - ວັນທີ 6 ເມສາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Heiko Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີການຕ່າງປະເທດດ້ວຍຫົວຂໍ້ “ການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນຂອບເຂດສະຫະພັນເພື່ອລັດທິຫຼາຍຝ່າຍ”.

ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫ​ວຽດ​ນາມ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ​ສະ​ຫະ​ພັນ​ເພື່ອ​ລັດ​ທິຫຼາຍ​ຝ່າຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ 

(ພາບ: VGP)

ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງການຕ່າງປະເທດ 26 ປະເທດເອີລົບ, ອາຊີ - ປາຊີຟິກ, ອາເມລິກາລາຕິນ ແລະ ອາຟຼິກກາ ເພື່ອແນໃສ່ຊຸກຍູ້ຄວາມສາມັກຄີກັນເພື່ອພ້ອມກັນຜ່ານຜ່າໂລກລະບາດ Covid – 19 ແລະ ປຶກສາຫາລືມາດຕະການໜູນຊ່ວຍ, ເພີ່ມທະວີບັນດາລະບອບຫຼາຍຝ່າຍ, ພິເສດແມ່ນອົງການອະນາໄມໂລກ (WHO) ເພື່ອໃຫ້ບັນດາອົງການນີ້ປະຕິບັດພາລະກິດຂອງຕົນໃຫ້ເປັນຢ່າງດີ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ແບ່ງປັນວ່າ ຫວຽດນາມໄດ້ເປັນເຈົ້າການມານະພະຍາຍາມຮັບມືກັບໂລກລະບາດຢ່າງທັນການ ດ້ວຍທັດສະນະທີ່ວ່າຖືຊີວິດອິນຊີ, ສຸຂະພາບຂອງ ປະຊາຊົນເປັນສຳຄັນຕົ້ນຕໍ. ເພື່ອໃຫ້ປະຊາຄົມສາກົນຮັບມືກັບໂລກລະບາດນີ້ຢ່າງມີປະສິດທິຜົນ, ທ່ານ ຟ້າມບິ່ງມິງໄດ້ວາງອອກ ຂໍ້ສະເໜີຢ່າງລະອຽດ 4 ຂໍ້ ນັ້ນແມ່ນ ເພີ່ມທະວີຄວາມສາມັກຄີສາກົນ, ຮ່ວມມືຫຼາຍຝ່າຍດ້ວຍບົດບາດໃຈກາງຂອງ ສປຊ ແລະ WHO, ເພີ່ມທະວີການເຄື່ອນໄຫວ ຂອງ WHOຢ່າງມີປະສິດທິຜົນເພື່ອແນໃສ່ຮັບປະກັນຄວາມອາດສາມາດໃນການໜູນຊ່ວຍບັນດາປະເທດພວມພັດທະນາ. ທີ 2 ແມ່ນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ໝາກຜົນຂອງການຄົ້ນຄ້ວາ. ທີ 3 ແມ່ນຮຽກຮ້ອງໃຫ້ຢຸດຕິບັນດາການເຄື່ອນໄຫວທີ່ກໍ່ຜົນສະທ້ອນຕໍ່ຄວາມມານະພະຍາຍາມຮັບມືກັບໂລກລະບາດ . ທີ 4 ແມ່ນ ສ້າງແຜນການພັດທະນາ ພາຍຫຼັງສິ້ນສຸດໂລກລະບາດ Covid – 19 ດ້ວຍຈຸດສຸມແມ່ນສົມທົບນະໂຍບາຍ ແລະ ມາດຕະການເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ, ການຄ້າ ແລະ ການລົງທຶນ, ຮັກສາຕະຫຼາດການເງິນໃຫ້ເປັນປົກກະຕິ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ