ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ກາ​ນາ​ດາ Deborad Pau

(VOVWORLD) - ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ເສດຖະກິດ - ການຄ້າ ສອງຝ່າຍຄວນພັດທະນາໃຫ້ຫຼາຍກ່ວາເກົ່າ.
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ກາ​ນາ​ດາ Deborad Pau - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Deborad Paul ເອກອັກຄະລັດຖະທູດ ການາດາ

ວັນທີ 4 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Deborad Paul ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມຂ່ຳນັບ. ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ເສດຖະກິດ - ການຄ້າ ສອງຝ່າຍຄວນພັດທະນາໃຫ້ຫຼາຍກ່ວາເກົ່າ, ຫວັງວ່າ ການາດາ ຈະສືບຕໍ່ເພີ່ມທະວີ ແລະ ຫັນການລົງທຶນເຂົ້າ ຫວຽດນາມເປັນຫຼາຍຮູບຫຼາຍແບບ ແລະ ສືບຕໍ່ໜູນຊ່ວຍການພັດທະນາໃຫ້ແກ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີກໍ່ເນັ້ນໜັກເຖິງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງແຮງ, ສອງປະເທດຄວນເພີ່ມທະວີການຮ່ວມມືບຳລຸງສ້າງໃນຂົງເຂດຮັກສາສັນຕິພາບ, ສົມທົບກັນເປັນຢ່າງດີຢູ່ບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍທີ່ສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຂອບໃຈ ແລະ ຕີລາຄາສູງຕໍ່ເລື່ອງສອງຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອໃຫ້ກາຍເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ສ່ວນທ່ານນາງ Deborad Paul ເອກອັກຄະລັດຖະທູດ ການາດາ   ໄດ້ສະແດງຄວາມເປັນກຽດເມື່ອຖຶກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ, ເຫັນດີເປັນເອກະພາບກ່ຽວກັບເລື່ອງສອງປະເທດ ຫວຽດນາມ - ການາດາ ບັນລຸໄດ້ບັນດາບາດກ້າວຢ່າງຕັ້ງໜ້າໃນໄລຍະຜ່ານມາ ແລະ ຢັ້ງຢືນວ່າ ການາດາ ໄດ້ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນ ໃນສະພາບທີ່ ຫວຽດນາມຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ