ທ່ານຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ

(VOVWORLD) -ລັດຖະມົນຕີກະຊວງການຕ່າງປະເທດ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການຍູ້ແຮງການພົວພັນແລກປ່ຽນ, ຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19, ເປີດປະຕູ ແລະ ສ້າງຄວາມສະດວກໃຫ້ແກ່ການໄປມາ, ແຜນການສັກວັກຊິນກັນໂຄວິດ - 19.
ທ່ານຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ (ພາບ:ກະຊວງການຕ່າງປະເທດ)

ວັນທີ 4 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ລັດຖະມົນຕີກະຊວງການຕ່າງປະເທດ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການຍູ້ແຮງການພົວພັນແລກປ່ຽນ, ຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19, ເປີດປະຕູ ແລະ ສ້າງຄວາມສະດວກໃຫ້ແກ່ການໄປມາ, ແຜນການສັກວັກຊິນກັນໂຄວິດ - 19.
ສອງຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາສະພາບການຢູ່ມຽນມາ, ພ້ອມກັນແປ່ງປັນຄວາມປາດຖະໜາຢາກ ມຽນມາ ກັບຄືນສູ່ສະພາບທີ່ເປັນປົກກະຕິໂດຍໄວ ເພື່ອ ສັນຕິພາບ, ການຮ່ວມມືໃນພາກພື້ນ, ປະກອບສ່ວນເຂົ້າໃນການຮ່ວມມືກໍ່ຄືບົດບາດ ແລະ ອິດທິພົນຊື່ສຽງຂອງອາຊຽນ, ເຫັນດີເປັນເອກະພາບສືບຕໍ່ເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມ ຂອງ ອາຊຽນປະກອບສ່ວນເຂົ້າໃນການຊອກຫາວີທີການແກ້ໄຂໃຫ້ແກ່ ສະພາບການຢູ່ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ