ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າ​ມ​ບິ່ງ​ມິງ​ເຂົ້າຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ອາ​ຊ​ຽນ ​ກັ​ບ​ບັນ​ດາ​ຄູ່​ຮ່ວມ​ມື

(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM - 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບາງກອກ, ປະເທດໄທ, ໃນວັນທີ 1 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມດ້ວຍບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີລະຫວ່າງ ອາຊຽນ ແລະ ອົດສະຕາລີ, ອິນເດຍ, ສະຫະພາບເອີລົບ (EU), ສ.ເກົາຫຼີ ແລະ ການາດາ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າ​ມ​ບິ່ງ​ມິງ​ເຂົ້າຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ອາ​ຊ​ຽນ ​ກັ​ບ​ບັນ​ດາ​ຄູ່​ຮ່ວມ​ມື - ảnh 1 ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ ອາຊຽນ - ລັດເຊຍ (ພາບ: VGP)

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM - 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບາງກອກ, ປະເທດໄທ, ໃນວັນທີ 1 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມດ້ວຍບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີລະຫວ່າງ ອາຊຽນ ແລະ ອົດສະຕາລີ, ອິນເດຍ, ສະຫະພາບເອີລົບ (EU), ສ.ເກົາຫຼີ ແລະ ການາດາ.

        ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຈະ ພ້ອມກັບບັນດາປະເທດອາຊຽນ ປະກອບສ່ວນຢ່າງຕັ້ງໜ້າເພື່ອແນໃສ່ເປີດກ້ວາງ ແລະ ເຮັດໃຫ້ການພົວພັນການຮ່ວມມືອັນແທດຈິງ, ມີປະສິດທິຜົນ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານ ຟ້າມບິ່ງມິງ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບການຜັນແປຢ່າງສັບສົນໃນພື້ນທີ່ຕົວຈິງຢູ່ທະເລຕາເວັນອອກ, ໃນນັ້ນມີບັນດາການເຄື່ອນໄຫວຫັນເປັນການທະຫານ ແລະ ບັນດາການກະທຳພຽງລຳພັງຝ່າຍດຽວທີ່ຜິດກົດໝາຍສາກົນ, ໄປຝືນກັບເນື້ອໃນຈິດໃຈຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດໜ້ອຍຖອນລົງ, ມີຜົນກະທົບທາງລົບຕໍ່ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

        ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ບາງກອກ, ວັນທີ 1 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານ ວ໊າງອິີ ສະມາຊິກລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນບ້ານໃກ້ເຮືອນຄຽງກັບຈີນເປັນສຳຄັນ. ກ່ຽວກັບບັນຫາຢູ່ທະເລໃນປັດຈຸບັນ, ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງຫຼັກໝັ້ນ, ຫຼັກການຂອງ ຫວຽດນາມ ແລະ ຊີ້ແຈ້ງວ່າ ສອງຝ່າຍຄວນຮັກສາສັນຕິພາບ, ສະຖຽນລະພາບ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຜ່ານບັນດາມາດຕະການໂດຍສັນຕິວິທີເພື່ອແກ້ໄຂຄວາມຂັດແຍ່ງຢູ່ທະເລຕາເວັນອອກບົນພື້ນຖານປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982 ). ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ວ໊າງອິ ຢັ້ງຢືນວ່າ ພັກ, ລັດຖະບານ ຈີນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ມານະພະຍາຍາມຮັກສາການພົວພັນມິດຕະພາບລະຫວ່າງສອງປະເທດ, ເຫັນດີເປັນເອກະພາບພ້ອມກັນແລກປ່ຽນຄວາມຄິດເຫັນ, ແກ້ໄຂ ບັນດາບັນຫາທີ່ເກີດຂຶ້ນໃນການພົວພັນຢ່າງສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ