ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17

(VOVWORLD) -ວັນທີ 12 ຕຸລາ, ໃນມື້ເຮັດວຽກທີສອງຂອງ ກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17 ຂອງອົງການສາກົນ ຝລັ່ງໂຟໂກນີ (OIF) ທີ່ໄດ້ດໍາເນີນຢູ່ນະຄອນຫຼວງ Yerevan ປະເທດ ອາກເມນີ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ປືກສາຫາລືກ່ຽວກັບບົດລາຍງານຂອງທ່ານເລຂາທິການໃຫຍ່ ອົງການສາກົນ ຝລັ່ງໂຟໂກນີ ແລະ ກ່ຽວກັບຫົວຂໍ້ຕ່າງໆຂອງກອງປະຊຸມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17  - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ທີ່ກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17  (ພາບ: Vov.vn)

        ທີ່ກອງປະຊຸມຄົບຄະນະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີບົດກ່າວປາໄສ. ທ່ານສະເໜີ ອົງການສາກົນຝລັ່ງໂຟໂກນີ ຊຸກຍູ້ການຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີວິທີການສໍາຜັດໂດຍສັງເຂບໃນບັນດາບັນຫາທັງໝົດ ເພື່ອແນໃສ່ຊອກຫາວິທີການແກ້ໄຂສາເຫດຕົ້ນຕໍການວິກິດການ ແລະ ການຂາດຄວາມສະຖຽນລະພາບ ເປັນຕົ້ນແມ່ນ ຄວາມບໍ່ສະເໝີພາບ, ຄວາມອຶດຫິວທຸກຍາກ, ສະພາບການດ້ອຍພັດທະນາ...ໃຫ້ມີປະສິດທິຜົນ; ສືບຕໍ່ປັບປຸງບັນດາກົນໄກ ກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ແກ້ໄຂການຂັດແຍ້ງກັນບົນພື້ນຖານກົດໝາຍສາກົນ

        ສໍາລັບແນວທາງການຕ່າງປະເທດ ຖືສັນຕິພາບ, ການຮ່ວມມື ແລະ ພັດທະນາ ເປັນສໍາຄັນນັ້ນ ຫວຽດນາມ ໄດ້, ກໍາລັງ ແລະ ຈະຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນຄວາມມານະພະຍາຍາມລວມ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກເວົ້າລວມ ແລະ ໃນຂົງເຂດບັນດາປະເທດໃຊ້ພາສາຝລັ່ງເວົ້າສະເພາະ.

        ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ມີການພົບປະສອງຝ່າຍກັບ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ, ທ່ານ Armen Sarkissian ປະທານາທິບໍດີ ອາກເມນີ ແລະ ທ່ານ Nikol Parshynian ນາຍົກລັດຖະມົນຕີ ອາກເມນີ.

        ແລະຕອນບ່າຍຂອງວັນດຽວກັນ, ກອງປະຊຸມ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເລຂາທິການໃຫຍ່ຄົນໃໝ່ ແລະ ອັດກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17.


ຕອບກັບ

ຂ່າວ/ບົດ​ອື່ນ