ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບິ່ງ

ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບິ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ
ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເລ​້​ຖູຍ
(ພາບ: baoquangbinh.vn)


(vovworld) -     ​ໃນ​ລາຍ​ການ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ບິ່ງ, ວັນ​ທີ 15/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​ໄດ້​ໄປ​ສຳ​ຫຼວດກວດກາ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເລ​້​ຖູຍ ​ແລະ ຕາ​ແສງ ຟອງຖູ​ຍ ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​ຊີ້​ນຳ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ກວາງ​ບິ່ງ ​ເວົ້າ​ລວມ ​ແລະ ອຳນາ​ດການ​ປົກຄອງ​ຕາ​ແສງ ຟອງ​ຖູ​ຍ ​ເວົ້າ​ສະ​ເພາະ ຕ້ອງ​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ປະຊາຊົນ ​ແລະ ຖື​ປະຊາຊົນ​ແມ່ນ​ເຈົ້າ​ຂອງ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່. ພ້ອມ​ທັງ​ຍົກ​ສູງ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ​ແນວຄິດ​​ໃຫ້​ແກາ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ