ທ່ານຮອງນາຍົກລັດຖະມົນຕີ ວູ້ວັນນິງ ລົງເຮັດວຽກຢູ່ແຂວງ ດ້ຽນບຽນ

ທ່ານຮອງນາຍົກລັດຖະມົນຕີ ວູ້ວັນນິງ ລົງເຮັດວຽກຢູ່ແຂວງ ດ້ຽນບຽນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງເຮັດ​ວຽກ​ກັບ​ການ​ນຳ​ແຂວງດ້ຽນບຽນ     (ພາບ: baodientuchinhphu)

(vovworld)- ໃນລະຫວ່າງວັນທີ 8-9/1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງ ໄດ້ນຳໜ້າຄະນະປະຕິບັດງານຂອງລັດຖະບານຫວຽດນາມ ລົງ​ເຮັດ​ວຽກ​ຢູ່​ແຂວງ ດ້ຽນບຽນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດການ​ພັດທະນາ​ເສດຖະກິດ​-ສັງຄົມປີ 2013; ​ແຜນການ​ປີ 2014. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງ ສະ​ເໜີ​ແຂວງ​ດ້ຽນບຽນ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງນະ​ໂຍບາຍຂອງ​ພັກ ​ແລະ ລັດ, ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ, ສ້າງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ເປັນ​ປົກກະຕິ; ສືບ​ຕໍ​່ຂົນຂວາຍປະຊາຊົນ, ພະນັກງານ​ໃນ​ທົ່ວ​ແຂວງ ຈົ່ງ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ຂອບ​ເຂດ​ການ​ລົງ​ປະຕິບັດ​ງານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງ ​ໄດ້​ຖະຫວາຍ​ດອກ​ໄມ້, ທູບ​ທຽນບູຊາ​ອາ​ໄລ​ຫາບ​ັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ທີ່​ເຂດ​ສຸສານ ດົກ​ເລິບ ​ເມືອງ ດ້ຽນບຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ