ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ປ່ຽນໃໝ່ວິທີ, ຫລຸດຜ່ອນເວລາກວດກາ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ:  ປ່ຽນໃໝ່ວິທີ, ຫລຸດຜ່ອນເວລາກວດກາ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
(ພາບ: TTXVN)


(vovworld) - ວັນ​ທີ 22/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2014 ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ປີ 2015 ຂອງ​ຂະ​ແໜງ​ກວດກາ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ໝາກຜົນ​ຂອງ​ຂະ​ແໜງ​ກວດກາໄດ້​ປະກອບສ່ວນ​​ສຳຄັນ​ເຂົ້າ​ໃນ​ຜົນງານ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ລວມຂອງ​ປະ​ເທດ​ໃນ​ປີ 2014. ​ກຳນົດ​ທິດ​ວຽກ​ງານ​ກວດກາ​ປີ 2015, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ກຳລັງ​ກວດກາ​ທົ່ວ​ປະ​ເທດ​ຍູ້​ແຮງ​ວຽກ​ງານ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ, ຂົງ​ເຂດ , ທ້ອງ​ຖິ່ນ​ກ່ວາ​ອີກ; ຄົ້ນ​ພົບຢ່າງທັນ​ການ ​ແລະ ຊີ້​ນຳ​ນຳ ພາ​ແກ້​ໄຂບັນດາ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຄັ່ງຄັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​​ໃຫ້ອົງການ​ກວດກາ​ລັດຖະບານຮີບ​​ເຮັ່ງ​ສ້າງ​ສຳ​ເລັດ, ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ອະນຸມັດ​ຜ່ານ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ກວດກາ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ສືບ​ຕໍ່​ເປັນ​ເສນາ​ທິການ, ປັບປຸງ​ລະບອບ​ການ​ກວດກາ, ສ້າງ​ເງື່ອ​ນໄຂສະດວກ​ໃຫ້​ແກ່ການ​ປະຕິບັດ​ໜ້າ​ທີ່​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ແກ້​ໄຂ​ສະພາບຮ້ອງທຸກ, ກ່າວ​ຟ້ອງ.

ຂ່າວ/ບົດ​ອື່ນ