ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ແຄ໋ງຮ່ວາ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ແຄ໋ງຮ່ວາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ແຄ໋ງຮ່ວາ
(ພາບ: chinhphu.vn)


(vovworld) – ​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 15/09, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ຜູ້​ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ແຄ໋ງຮ່ວາ ກ່ຽວ​ກັບ​ສະພາບ​ປະຕິບັດ​​ເສດຖະກິດ, ສັງຄົມ​ໃນ 8 ​ເດືອນ​ປີ 2014, ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ, ຄວາມປອດໄພທາງຄົມມະນາຄົມ ​ແລະ ​ແກ້​ໄຂ​ໃບ​ຮ້ອງ​ຟ້ອງ​ຢູ່ທ້ອງ​ຖິ່ນ. ທີ່​ການ​ເຮັດ​ວຽກ,  ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ແຄ໋ງຮ່ວາ ​ເສີມ​ຂະຫຍາ​ຍທ່າ​ແຮງທີ່​ມີ​ຢູ່​ແລ້ວ, ຮັກສາ​ລະດັບ​ເຕີບ​ໂຕ​ເພື່ອ​ສືບ​ຕໍ່​ເປັນ​ໜຶ່ງ​ໃນ​ບັນດາ​ແຂວງ​ນຳ​ໜ້າ​ບັນດາ​ແຂວງພາກ​ກາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​​​ແຈ້ງ​ວ່າ ​ແຄ໋ງຮ່ວາ ຕ້ອງ​ປະຕິບັດ​ວຽກງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການຮັບປະກັນ​ຄວາມ​ສະຫງົບປອດ​ໄພ​ໃຫ້​​ແກ່ປະຊາຊົນ ​ແລະ ສັງຄົມ​ໃຫ້ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ​ແຂວງ​ແຄ໋ງຮ່ວາ ຕ້ອງ​ປະຕິບັດ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ, ຈັດ​ຕັ້ງ​ການ​ເຈລະຈາ​ໂດຍ​ກົງ​ກັບ​ປະຊາຊົນ​ເພື່ອ​ຮັບ​ຟັງຄຳ​ເຫັນ​ສ່ອງ​ແສງຂອງ​ປະຊາຊົນ. ນອກຈາກ​ນັ້ນ, ​ແຂ​ວງ ​ແຄ໋ງຮ່ວາ ຕ້ອງ​ມີ​ກົນ​ໄກ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ການ​ຫຍໍ້​ທໍ້​ໃຫ້​ດີ   ກ​ວ່າອີກ.

ຂ່າວ/ບົດ​ອື່ນ