ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ອີນເດຍ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ອີນເດຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ
ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດສ.ອີນ​ເດຍ
( ພາບ: .chinhphu.vn )
( vovworld ) - ວັນ​ທີ 20/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດສ.ອີນ​ເດຍ ປະຈຳ​ຫວຽດນາມ Ranjit Rae. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ ​​ຂອບ​ອົກ​ຂອບ​ໃຈ​ທ່ານເອກ​ອັກຄະ​ລັດຖະທູດ  Ranjit Rae ​ທີ່ໄດ້​ສົມທົບ​ກັນຈັດ​ຕັ້ງກະກຽມ​​ໃຫ້​ແກ່ການ​ຢ້ຽມຢາມ​ອີນ​ເດຍ ຢ່າງ​ເປັນທາງ​ການ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ແລະ ຄະນະ​ປະຕິບັດ​ງານ​ລັດຖະບານ​ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ; ພ້ອມ​ທັງຢືນຢັນ​ວ່າ ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຈຸດປະສົງ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ ​ແລະ ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, 5 ປີ ​​ແຫ່ງ​ວັນ​ສ້າງສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​​ແລກປ່ຽນຄວາມ​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື; ການ​ສຶກສາ, ຄົ້ນຄວ້າ​ວິທະຍາສາດ, ຄົ້ນຄວ້າ​ກ່ຽວ​ກັບ​ອີນ​ເດ​ຍ ວິທະຍາ ​ແລະ ຫວຽ​ດນາມ ວິທະຍາ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ໂທລະ​ຄົມ… ຄະນະ​ຜູ້​ແທນ​ຈະ​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ອີນ​ເດຍ, ບັນດາ​ກຸ່ມ​ບໍລິສັດ, ມະຫາວິທະຍາ​ໄລ, ສູນ​ບຳລຸງ​ສ້າງ​ສົງ. ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ບັນດາ​ເ​ອກະສານຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ​​ເຕັກ​ໂນ​ໂລ​ຊີວະສາ​ດ , ການຄົ້ນຄວ້າ ​ແລະ ການສຶກສາ​ບຳລຸງ​ສ້າງ.
ຂ່າວ/ບົດ​ອື່ນ