ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ນີນບີ່ນ


ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ນີນບີ່ນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນເຮັດວຽກກັບການນຳແຂວງນິນບີ່ນ
ພາບ:baoninhbinh.org.vn

(vovworld) - ວັນ​ທີ 8/2, ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນີນບີ່​ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເຫ​ນີ​ແຂວງ ນີນບີ່​ນ ສືບ​ຕໍ່​ປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນຕໍ ​ເພື່ອສຸມ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາພາ​ກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ​ແຂວງ ນີນບີ່​ນ ຄວນ​ສຸມ​ໃສ່​ນຳ​ຄວາມ​ກ້າວຫນ້າ​ດ້ານ​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ສົມທົບ​ກັບ​ການ​ປຸງ​ແຕ່ງ, ຫຸ້ມ​ຫໍ່​ຜະລິດ​ຕະພັນຢູ່​ກັບ​ທີ່​ເພື່ອ​ສົ່ງ​​ໄປ​ຈຳຫນ່າຍ​ຢູ່​ທ້ອງ​ຕະຫລາດ, ຍູ້​ແຮງ​ການ​ຄົ້ນ​ຄ້ວາ, ​ເລືອກ​ເຟັ້ນບັນດາ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ, ນຳ​ແນວ​ພັນ​​ພືດ​ອື່ນ​ເຂົ້າການ​ຜະລິດ​ກະ​ເສດ​ສຸມ, ສ້າງ​ບັນດາ​ທົ່ງ​ນາ​ທີ່​ມີ​ຜະລິດ​ຕະພັນ​ກະ​ເສດ​ສູງ. ບັນດາ​ຮາ​ກຖານ​ການ​ຜະລິດ​ອຸດສາຫະກຳ​ໃຫຍ່​ຢູ່​ບໍລິ​ເວນ​ຄື: ຊີ​ມັງ, ຝຸ່ນອາ​ຊົດ ​ແລະ ພິ​ເສດ​ແມ່ນ​ໂຄງການ​ກໍ່ສ້າງໂຮງງານ​ຫລອມ​ເຫລັກ​ກ້າ​ທີ່​ມີ​ຄຸນ​ນະພາ​ບສູງ ຈະ​ມູ້​ງ​ໄປ​ເຖິງ​ອຸດສາຫະກຳ ຂຽວ ​ແລະ ສະອາດ​ກວ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກໍ​ເນັ້ນ​ຫນັກ​ວ່າ ​ເລື່ອງ​ແຂວງ ນີນບີ່​ນຕ້ອງ​ສ້າງ​ຈຸດ​ພົ້ນ​ເດັ່ນ​ຫລາຍ​ຢ່າງ​ອີກ ​ເພື່ອ​ກາຍ​ເປັນ​ເຂດ​ຈຸດ​ສຸມ​ກ່ຽວ​ກັບ​ການທ່ອງທ່ຽວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ດູດ​ດື່ມ ພ້ອມ​ກັບ​ຄຸນ​ນະພາ​ບການທ່ອງທ່ຽວ​ເປັນ​ຢ່າງ​ດີ ​ແລະ ​ເຕັກ​ໂນ​ໂລ​ຊີ​ສື່ສານ​ທັນ​ສະ​ໄຫມນັ້ນ ຄາດໝາຍ​ຮອດ​ປີ 2015 ​ແຂວງ​ນີນບີ່​ນ ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 6  ລ້ານ​ເທື່ອ​ຄົນ ​​ແມ່ນສາມາດ​ປະຕິບັດ​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ