ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນເຮັດວຽກກັບສະຖາບັນຊາວຫນຸ່ມເຍົາວະຊົນ

(vovworld)-  ຕອນ​ບ່າຍ​ວັນ​ທີ 25/3 ຢູ່ ຮ່​າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ວິທະຍາຄານ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ ຫວຽດນາມ. ບົດ​ລາຍ​ງານ​ຂອງ​ວິສະຖາບັນຊາວ​ຫນຸ່ມ​​ເຍົາວະ​ຊົນ ຫວຽດນາມ ​ໃຫ້​ຮູ້​ວ່າ: ສະຖາບັນໄດ້​ວາງ​ຈຸດ​ໝາຍ​ກາຍ​ເປັນ​ສູນ​ບຳລຸງ​ສ້າງ​ມີ​ຄຸນ​ນະພາ​ບພະນັກງານ​ຄະນະ​ຊາວ​ຫນຸ່ມ, ສູນ​ບຳລຸງ​ສ້າງ​ການ​ນຳ​ຫນຸ່ມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ​​:ລັດຖະບານ, ບັນດາ​ກະຊວງ​ຂະ​ແຫນງ​ການ ​ແລະ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ສະຖາບັນໃນ​ອະນາຄົດ. ພາຍຫລັງ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​​ໄດ້​​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ​ຄະນະ​ຊາວ​ຫນຸ່ມ​ດີ​ເດັ່ນ​ທ່ົວ​ປະ​ເທດກວ່າ 82 ຄົນ. ​ແລະ ນັກ​ສຶກສາ​ຂອງ​ວິສະຖາບັນ​ຊາວ​ຫນຸ່ມ, ​ເຍົາວະ​ຊົນ​ຫວຽດນາມ

 

ຕອບກັບ

ຂ່າວ/ບົດ​ອື່ນ