ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ: ​ການບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​​ແມ່ນ​ຮັກ​ສາ​ໄລ​ຍະ​ຫ່າງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) -ນະຄອນຕ້ອງແກ້ໄຂຄວາມຫຍຸ້ງຍາກໂດຍໄວເພື່ອຮັບປະກັນການສັ່ງຊື້ວັດຖຸອຸປະກອນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ດ້ານອື່ນ ຕ້ອງມີຄວາມເອົາໃຈໃສ່ຕໍ່ການຮັບປະກັນສຸຂະອະນາໄມທາງສິ່ງແວດລ້ອມ, ພິເສດແມ່ນແຫຼ່ງຕິດເຊື້ອທີ່ຍັງຊ້ອນແຝງແມ່ນຂີ້ເຫຍື້ອການແພດ.



ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ: ​ການບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​​ແມ່ນ​ຮັກ​ສາ​ໄລ​ຍະ​ຫ່າງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາ ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ເມືອງ 12, ນະຄອນ ໂຮ່ຈີມິນ (ພາບ:  VGP)

ທີ່ກອງປະຊຸມແລກປ່ຽນວຽກງານທາງອອນລາຍ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 11 ກໍລະກົດ ກັບຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ໄດ້ເນັ້ນໜັກວ່າ ການບຸລິມະສິດທີ່ສຸດໃນຈຸດເວລານີ້ແມ່ນ ການຮັກສາໄລຍະຫ່າງ ເພື່ອຕັດຂາດແຫຼ່ງຕິດເຊື້ອຢູ່ນະຄອນໂຮ່ຈີມິນ.

ພາຍຫຼັງການຜັນຂະຫຍາຍບັນດາໜ້າທີ່ໃນສະພາບການໃໝ່ ມາເປັນເວລາ 2 ວັນ, ດ້ວຍມາດຕະການແກ້ໄຂໃໝ່ຫຼາຍຢ່າງ ແລະ ມີບັນດາວິທີການໃໝ່, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນໂຮ່ຈີມິນ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ຄ່ອຍໆຄວບຄຸມສະພາບການໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີໂດຍພື້ນຖານ, ທ່ານ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ຢ່າງຊ້າທີ່ສຸດແມ່ນພາຍຫຼັງ 15 ວັນຕ້ອງກຳນົດໄດ້ບັນດາເມືອງ, ຕາແສງ, ເຂດປອດໄພຢ່າງໝັ້ນຄົງ, ຄ່ອຍໆຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ ເພື່ອໃຫ້ນະຄອນກັບຄືນການດຳລົງຊີວິດທີ່ເປັນປົກກະຕິໃໝ່ໂດຍພື້ນຖານ.

ນະຄອນຕ້ອງແກ້ໄຂຄວາມຫຍຸ້ງຍາກໂດຍໄວເພື່ອຮັບປະກັນການສັ່ງຊື້ວັດຖຸອຸປະກອນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ດ້ານອື່ນ ຕ້ອງມີຄວາມເອົາໃຈໃສ່ຕໍ່ການຮັບປະກັນສຸຂະອະນາໄມທາງສິ່ງແວດລ້ອມ, ພິເສດແມ່ນແຫຼ່ງຕິດເຊື້ອທີ່ຍັງຊ້ອນແຝງແມ່ນຂີ້ເຫຍື້ອການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ