ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ູ​ດຶກ​ດາມ: ຄວບ​ຄຸມ​ໂລກ​ລະ​ບາ​ດ, ຮ່ວມຊີ​ວິດ​ຢ່າງ​ປອດ​ໄພ, ມ​ີ​ການ​ດັ​ດ​ປັ​ບ​ຢ່າງ​ຕັ້ງ​ໜ້າ

(VOVWORLD) -ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງກອງປະຊຸມທາງອອນລາຍຂອງ ຄະນະຊີ້ນຳແຫ່ງຊາດ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຕອນບ່າຍວັນທີ 17 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງ 3 ບັນຫາເຊິ່ງຫວຽດນາມຕ້ອງສຸມໃສ່ປະຕິບັດໃນໄລຍະຈະມາເຖິງ ນັ້ນແມ່ນ: ຄວບຄຸມສະພາບການໃຫ້ເປັນຢ່າງດີ , ຮ່ວມຊີວິດກັບໂລກລະບາດເພື່ອພັດທະນາເສດຖະກິດ, ພ້ອມທັງດັດປັບວິຖິີຊີວິດຕາມທິດທາງຕັ້ງໜ້າ. 
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ູ​ດຶກ​ດາມ: ຄວບ​ຄຸມ​ໂລກ​ລະ​ບາ​ດ, ຮ່ວມຊີ​ວິດ​ຢ່າງ​ປອດ​ໄພ, ມ​ີ​ການ​ດັ​ດ​ປັ​ບ​ຢ່າງ​ຕັ້ງ​ໜ້າ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕາມທ່ານ ຫວູດຶກດາມແລ້ວ, ຫວຽດນາມພວມຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ທ່ານກ່າວວ່າ:

        ໃນຈຸດເວລານີ້, ພວກເຮົາຕ້ອງກຳນົດ 3 ບັນຫາ. ບັນຫາທີ 1 ແມ່ນສືບຕໍ່ປະຕິບັດວິທີການຕ່າງໆເພື່ອຄວບຄຸມໂລກລະບາດໃຫ້ໄດ້ເປັນຢ່າງດີ, ບໍ່ປະໃຫ້ແຜ່ລາມອອກສູ່ວົງກ້ວາງ. ບັນຫາທີ 2 ແມ່ນ ຕ້ອງກຳນົດວ່າ ໂລກລະບາດຍັງແກ່ຍາວຈົນຮອດເວລາໃດ ທີ່ໂລກສາມາດຊອກຫາໄດ້ຢາວັກຊິນ ຫຼື ຢາປິ່ນປົວ. ຍ້ອນໂລກລະບາດຍັງແກ່ຍາວ, ດັ່ງນັ້ນ ພວກເຮົາຕ້ອງຮ່ວມ ຊີວິດຢ່າງປອດໄພເພື່ອພັດທະນາ. ບັນຫາທີ 3 ແມ່ນ ພວກເຮົາຕ້ອງຊຸກຍູ້ການປ່ຽນແປງ ແລະ ດັດປັບ ເຊິ່ງເປັນສິ່ງແຕ່ກ່ອນມາຮອດປັດຈຸບັນພວກເຮົາຍັງຢາກຈະຊຸກຍູ້, ປ່ຽນແປງ ແລະ ດັດປັບແຕ່ວ່າຍັງຄົງຊັກຊ້າຢູ່.

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ພາຍຫຼັງການດຳເນີນແຍກຫ່າງໃນສັງຄົມມາເປັນເວລາ 2 ອາທິດຕາມຂໍ້ຕົກລົງເລກທີ 16 ຂອງ ນາຍົກລັດຖະມົນຕີ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກຢູ່ ຫວຽດນາມໄດ້ຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ຕ້ອງສືບຕໍ່ຜັນຂະຫຍາຍບັນດາຫຼັກການປ້ອງກັນ, ສະກັດກັ້ນໂລກລະບາດເພື່ອບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ວົງກ້ວາງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ