ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ

(VOVWORLD) -ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ບ້ານເດັກ SOS, ສະໜັບສະໜູນວຽກງານເບິ່ງແຍງ, ລ້ຽງດູຕາມຮູບແບບຄອບຄົວປ່ຽນແທນ ຂອງ ບ້ານເດັກ SOS ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍ.

ວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ ໂດຍ ທ່ານ Gunther Platter, ຜູ້ວ່າການລັດ Tyrol (ໂອຕາລິດ) ແລະ ປະທານກຽດຕິມະສັກ ບ້ານເດັກ SOS ສາກົນ ໂດຍທ່ານ Helmut Kuntin ນໍາໜ້າ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ  (ພາບ: TTXVN)

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ັງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ບ້ານເດັກ SOS, ສະໜັບສະໜູນວຽກງານເບິ່ງແຍງ, ລ້ຽງດູຕາມຮູບແບບຄອບຄົວປ່ຽນແທນ ຂອງ ບ້ານເດັກ SOS ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍ. ພ້ອມທັງປາດຖະໜາວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນຈະມີີການເຄື່ອນໄຫວຫຼາຍຢ່າງຕື່ມອີກ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມ ໃນຊຸມປີຈະມາເຖິງ.

        ໃນໄລຍະເວລາຢູ່ຫວຽດນາມ, ນອກຈາກການເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງແລ້ວ, ຄະນະຜູ້ແທນ ບ້ານເດັກ SOS ສາກົນ ຈະໄປຢ້ຽມຢາມ ແລະ ສໍາຫຼວດຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຂອງ ບ້ານເດັກ SOS ຫວຽດນາມ, ເພື່ອແນໃສ່ຮຽກຮ້ອງການຊ່ວຍເຫຼືອ ຈາກບັນດາສ່ວນບຸກຄົນ, ອົງການຈັດຕັ້ງສາກົນໃນອະນາຄົດຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ