ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ປັນ​ຍາ​ປະ​ດິດ ຕ້ອງ​ໄດ້​ຮັບ​ການ​ໝູນ​ໃຊ້​ເຂົ້າ​ໃນ​ທຸກ​ຂະ​ແໜງ​ວິ​ຊາ​ອາຊີບໂດຍ​ໄວ

(VOVWORLD) -ຫວຽດນາມ ຕ້ອງມານະພະຍາຍາມໃນວິວັດການໝູນໃຊ້ປັນຍາປະດິດເຂົ້າໃນຊີວິດໃຫ້ຫຼາຍກວ່າອີກ, ເພາະວ່າແຫຼ່ງຊັບພະຍາກອນມະນຸດ AI ຂອງ ຫວຽດນາມ ຍັງບໍ່ທັນພຽງພໍ, ການກໍ່ສ້າງກໍ່ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາບໍລິສັດເຕັກໂນໂລຢີຢູ່ພາຍໃນ ແລະ ບໍລິສຸດຂອງຕ່າງປະເທດ ຢູ່ ຫວຽດນາມ ໄດ້ຢ່າງແທ້ຈິງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ປັນ​ຍາ​ປະ​ດິດ ຕ້ອງ​ໄດ້​ຮັບ​ການ​ໝູນ​ໃຊ້​ເຂົ້າ​ໃນ​ທຸກ​ຂະ​ແໜງ​ວິ​ຊາ​ອາຊີບໂດຍ​ໄວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນໃນວັນບຸນ (ພາບ: ຄະນະຈັດຕັ້ງ)

ວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ວັນບຸນ ປັນຍາປະດິດ ຫວຽດນາມ (AI4VN) ໄດ້ດຳເນີນດ້ວຍຫົວຂໍ້ “AI ຟື້ນຟູເສດຖະກິດ, ກຳນົດສະພາບການອະນາຄົດ”. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ຫວຽດນາມ ຕ້ອງມານະພະຍາຍາມໃນວິວັດການໝູນໃຊ້ປັນຍາປະດິດເຂົ້າໃນຊີວິດໃຫ້ຫຼາຍກວ່າອີກ, ເພາະວ່າແຫຼ່ງຊັບພະຍາກອນມະນຸດ AI ຂອງ ຫວຽດນາມ ຍັງບໍ່ທັນພຽງພໍ, ການກໍ່ສ້າງກໍ່ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາບໍລິສັດເຕັກໂນໂລຢີຢູ່ພາຍໃນ ແລະ ບໍລິສຸດຂອງຕ່າງປະເທດ ຢູ່ ຫວຽດນາມ ໄດ້ຢ່າງແທ້ຈິງ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລ້ວ, ເລື່ອງທີ່ຕ້ອງໂຄສະນາເຜີຍແຜ່ກ່ຽວກັບນິຍາມ, ການເຂົ້າເຖິງ, ທຳຄວາມເຂົ້າໃຈກ່ຽວກັບ AI ແມ່ນບໍ່ພຽງແຕ່ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຢີ, ອຸດສາຫະກຳເທົ່ານັ້ນ… ຫາກຍັງມີຫຼາຍຂົງເຂດ, ຫຼາຍຂະແໜງວິຊາຊີບອື່ນອີກດ້ວຍ.

        ໃນຂອບເຂດຂອງລາຍການ ຍັງດຳເນີນງານວາງສະແດງບັນດາຜະລິດຕະພັນ, ມາດຕະການໝູນໃຊ້ເຕັກໂນໂລຢີ AI ເຂົ້າໃນຊີວິດ ແລະ ການຜະລິດຂອງວິສາຫະກິດ; ການມອບລາງວັນຄັດເລືອກຜະລິດຕະພັນໝູນໃຊ້ປັນຍາປະດິດ ປີ 2022 (AI Awards 2022) ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາຜະລິດຕະພັນ, ມາດຕະການໝູນໃຊ້ບັນຍາປະດິດທີ່ພົ້ນເດັ່ນໃນວິສາຫະກິດ ແລະ ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ