​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ລົງ​ກວດ​ກາ​ບາງ​ສະ​ຖານ​ທີ່​ແຍກ​ຕົວ​ຢູ່ ແຂວງ ບັກ​ຢາງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ ເຊິ່ງເປັນບ່ອນທີ່ຄາດວ່າ ໃນຕອນເຊົ້າວັນທີ 27 ພຶດສະພາ ຈະມີກຳມະກອນປະມານ 6000 ຄົນ ກັບມາເຮັດວຽກເປັນປົກກະຕິ ພາຍຫຼັງທີ່ເຂດອຸດສາຫະກຳຢຸດຕິການເຄື່ອນໄຫວ ເປັນໄລຍະໜຶ່ງ.
​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ລົງ​ກວດ​ກາ​ບາງ​ສະ​ຖານ​ທີ່​ແຍກ​ຕົວ​ຢູ່ ແຂວງ ບັກ​ຢາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ (ພາບ: vtc.vn)

ຕອນເຊົ້າວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ ເຊິ່ງເປັນບ່ອນທີ່ຄາດວ່າ ໃນຕອນເຊົ້າວັນທີ 27 ພຶດສະພາ ຈະມີກຳມະກອນປະມານ 6000 ຄົນ ກັບມາເຮັດວຽກເປັນປົກກະຕິ ພາຍຫຼັງທີ່ເຂດອຸດສາຫະກຳຢຸດຕິການເຄື່ອນໄຫວ ເປັນໄລຍະໜຶ່ງ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະໜີໃຫ້ແຂວງ ບັກຢາງ ຈົ່ງຖອດຖອນບົດຮຽນ, ປະສົບການໃນວຽກງານຜັນຂະຫຍາຍການແຍກຕົວລວມໝູ່, ຈຳກັດບໍລິເວນຢູ່ເຂດຊຸມຊົນທີ່ມີກຳມະກອນພັກອາໄສເປັນຈຳນວນຫຼາຍ. ທ່ານກ່າວວ່າ:

“ຈາກສະພາບການຕົວຈິງ, ພວກເຮົາຕ້ອງປະດິດຄິດສ້າງໃນການປະຕິບັດການແຍກຕົວ, ຖືທັງເຂດນັ້ນແມ່ນເຂດແຍກຕົວລວມໝູ່. ພວກເຮົາເຮັດທົດລອງເພື່ອຖອດຖອນບົດຮຽນ ເພາະວ່ານີ້ແມ່ນຄັ້ງທຳອິດທີ່ຮັບມືກັບບ່ອນໂລກລະບາດແຜ່ລາມໃນເຂດອຸດສາຫະກຳ. ຖ້າຫາກວ່າ ເມື່ອກ່ອນນີ້ ກໍລະນີ F1 ຕ້ອງໄປປະຕິບັດການແຍກຕົວລວມໝູ່, ແຕ່ຖ້າຫາກວ່າພວກເຮົາຄວບຄຸມໄດ້ຢ່າງແໜ້ນແຟ້ນຢູ່ບ່ອນພັກອາໄສ ໂດຍອີງໃສ່ການຕິດຕາມກວດກາຂອງປະຊາຊົນ ແລະ ໜ່ວຍງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງຄະນະຍາດນັ້ນ ແມ່ນຈະສາມາດປະຕິບັດໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ