ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ໃຫ້ແຂວງ​ດົ່ງ​ນາຍ ເພີ່ມ​ທະ​ວີ​ການ​ວິ​ໄຈ​ຫາ​ເຊື້ອ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສຳລັບຂໍ້ສະເໜີກ່ຽວກັບ ວັກຊິນ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຈະໃຫ້ບຸລິມະສິດ ໃຫ້ແກ່ແຂວງ ດົ່ງນາຍ ກໍ່ຄືບັນດາແຂວງ, ນະຄອນທາງພາກໃຕ້, ແຈກຢາຍຢ່າງທັນທີ ພາຍຫຼັງມີວັກຊິນ ເພື່ອໃຫ້ບັນດາທ້ອງຖິ່ນ ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ໃຫ້ແຂວງ​ດົ່ງ​ນາຍ ເພີ່ມ​ທະ​ວີ​ການ​ວິ​ໄຈ​ຫາ​ເຊື້ອ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: baodongnai.com.vn)

ຕອນບ່າຍວັນທີ 20 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມີການເຮັດວຽກກັບແຂວງດົ່ງນາຍ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ ແຂວງດົ່ງນາຍ ຄວນເພີ່ມທະວີຄວາມໄວໃນການວິໄຈຫາເຊື້ອ, ເອົາໃຈໃສ່ບັນດາພາກພື້ນຈຸດສຸມຄືຢູ່ເຂດອຸດສາຫະກຳ, ເຂດເຮືອນຜັກສຸມໃສ່ກຳມະກອນທີ່ເປັນຈຳນວນຫຼາຍ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເຫັນດີເຫັນພ້ອມກັບທັດສະນະຂອງແຂວງ ດົ່ງນາຍແມ່ນລະດົມວິສາຫະກິດ, ປະຊາຊົນ ພ້ອມກັນເຂົ້າຮ່ວມການຕ້ານໂລກລະບາດ, ກໍ່ຄືເປີດຄືນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ຕ້ອງລະມັດລະວັງເມື່ອເປີດປະຕູຄືນໃໝ່, ຮັກສາເຂດບໍ່ມີຜູ້ຕິດເຊື້ອ ແລະ ຈຳກັດ, ແກ້ໄຂໂດຍໄວ ຖ້າມີໂລກລະບາດ ເພື່ອຫຼີກລ້ຽງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສຳລັບຂໍ້ສະເໜີກ່ຽວກັບ ວັກຊິນ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຈະໃຫ້ບຸລິມະສິດ ໃຫ້ແກ່ແຂວງ ດົ່ງນາຍ ກໍ່ຄືບັນດາແຂວງ, ນະຄອນທາງພາກໃຕ້, ແຈກຢາຍຢ່າງທັນທີ ພາຍຫຼັງມີວັກຊິນ ເພື່ອໃຫ້ບັນດາທ້ອງຖິ່ນ ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ