ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຮຽກ​ຮ້ອງ​ໃຫ້ ແຂວງກ​ຽນ​ຢາງ ກັບ​ຄືນ​ສູ່​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່​ໂດຍ​ໄວ

(VOVWORLD) -ຕອນຄ່ຳວັນທີ 17 ກັນຍາ, ຢູ່ນະຄອນ ແຣກຢາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ມີການເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. 
ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຮຽກ​ຮ້ອງ​ໃຫ້ ແຂວງກ​ຽນ​ຢາງ ກັບ​ຄືນ​ສູ່​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່​ໂດຍ​ໄວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເຮັດວຽກກັບການນຳແຂວງກຽນຢາງ (ພາບ: TTXVN)

ໃນລະຫວ່າງວັນທີ 10 – 16 ກັນຍາ, ແຂວງກຽນຢາງໄດ້ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 1.107 ຄົນ, ໃນນັ້ນມີ 330 ຄົນຕິດໃນຊຸມຊົນ (ກວມເອົາ 29,8%). ທຽບໃສ່ກັບໄລຍະ 7 ວັນກ່ອນ, ຈຳນວນຜູ້ຕິດເຊື້ອຢູ່ແຂວງກຽນຢາງ ເພີ່ມຂຶ້ນ ແຕ່ຈຳນວນຜູ້ຕິດເຊື້ອໃນຊຸມຊົນພັດຫຼຸດລົງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ ແຂວງຕ້ອງຊາບຊຶມຈິດໃຈແຍກຫ່າງໃນສັງຄົມ ຢ່າງເຂັ້ມງວດ, ສ້າງເງື່ອນໄຂໃຫ້ແກ່ການຈໍລະຈອນສິນຄ້າໄດ້ລຸ້ລ່ວງ, ແຕ່ຕ້ອງຄວບຄຸມບັນດາຄົນຂັບລົດຢ່າງແໜ້ນແຟ້ນ, ເສີມຂະຫຍາຍ ບົດບາດຂອງໜ່ວຍງານປ້ອງກັນຕ້ານໂຄວິດ - 19 ປະຊາຄົມ, ກຳລັງຕຳຫຼວດຂັ້ນຮາກຖານໃຫ້ດີກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ວຽກງານປິ່ນປົວຜູ້ຕິດເຊື້ອຂອງ ແຂວງ ກຽນຢາງ ແມ່ນດີພໍສົມຄວນ, ຕ້ອງສືບຕໍ່ມານະພະຍາຍາຍາມຫຼຸດລົງອັດຕາຜູ້ເສຍຊີວິດ, ສຸມໃສ່ການໂຄສະນາເຜີຍແຜ່ຂົນຂວາຍປະຊາຊົນ, ສູ້ຊົນກັບຄືນສູ່ສະພາບການປົກກະຕິໂດຍໄວ, ນຳບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຄ່ອຍໆກັບຄືນ ຢ່າງແໝັ້ນແກ່ນ ແລະ ປອດໄພ. ປະຊາຊົນຍາມໃດກໍ່ຕ້ອງປະຕິບັດຕາມຫຼັກການ 5 ປະການ.

ຕອບກັບ

ຂ່າວ/ບົດ​ອື່ນ