ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢ້ຽມຢາມຖາມຂ່າວຜູ້ໄດ້ທົດລອງສັກຢາ ວັກຊີນກັນ ໂຄວິດ 19

(VOVWORLD) -, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈ: ການຜະລິດວັກຊີນ ດ້ວຍຈິດໃຈຮີບດ່ວນທີ່ສຸດ ແຕ່ຕ້ອງຮັບປະກັນຄວາມປອດໄພ 
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢ້ຽມຢາມຖາມຂ່າວຜູ້ໄດ້ທົດລອງສັກຢາ ວັກຊີນກັນ ໂຄວິດ 19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢ້ຽມຢາມຖາມຂ່າວຜູ້ໄດ້ທົດລອງສັກຢາ ວັກຊີນກັນ ໂຄວິດ 19 (ພາບ:vietnam+)

ວັນທີ 20 ທັນວາ ມີ 3 ຄົນໃນ Top ທຳອິດໄດ້ທົດລອງສັກຢາວັກຊີນກັນໂຄວິດ 19 ຢູ່ ຫວຽດນາມ ມີສຸຂະພາບເປັນປົກກະຕິ ພາຍຫລັງ 72 ຊົ່ວໂມງໄດ້ສັກຢາວັກຊີນ Nanocovax . ເມື່ອຢ້ຽມຢາມ 3 ຄົນດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຕີລາຄາສູງ ຈິດໃຈເພື່ອວົງຄະນາຍາດ ແລະ ຮັກຊາດຂອງເຂົາເຈົ້າ.

ເມື່ອເຮັດວຽກກັບວິທະຍາຄານເສນາຮັກ ຊື່ງແມ່ນຫົວຫນ່ວຍປະຕິບັດການທົດລອງສັກຢາວັນຊີນກັນໂຄວິດ ເປັນຄັ້ງທຳອິດຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈ: ການຜະລິດວັກຊີນ ດ້ວຍຈິດໃຈຮີບດ່ວນທີ່ສຸດ ແຕ່ຕ້ອງຮັບປະກັນຄວາມປອດໄພ ແລະ ຖືວ່າ ວິທະຍາຄານເສນາຮັກ ຄວນກໍ່ສ້າງສູນຄົ້ນຄ້ວາພັດທະນາວັກຊີນປ້ອງກັນຕ້ານບັນດາພະຍາດໃຫມ່ ກຽມພ້ອມຮັບມືກັບໂລກລະບາດ, ໄພພິບັດກ່ຽວຂ້ອງເຖິງສຸຂະພາບຂອງປະຊາຊົນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ