ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕອນຮັບເຈົ້າແຂວງແຂວງ ຢຸນໜານ (ຈີນ)

ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕອນຮັບເຈົ້າແຂວງແຂວງ ຢຸນໜານ (ຈີນ) - ảnh 1
(ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​
ຕ້ອນຮັບ​ເຈົ້າ​ແຂວງ​ແຂວງ ຢຸນໜານ ​​ຫຼີຈີເຫຼິງ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແຂວງ ຢຸນໜານ, ປະ​ເທດ​ຈີນ ​ແລະ ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ຕະຫຼາດນັດ​ອາຊີ - ອາຊີ​ໃຕ້ ຄັ້ງ​ທຳ​ອິດ; ງານ​ຕະຫຼາດນັດ​ ກວນ​ໝິງ 2013, ຕອນ​ຄໍ່າ​ວັນ​ທີ 04/06, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕ້ອນຮັບ​ເຈົ້າ​ແຂວງ​ແຂວງ ຢຸນໜານ ​​ຫຼີຈີເຫຼິງ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ ປະຈຸ​ບັນ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​ການ​ຮ່ວມ​ມືລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ກັບ​ແຂວງ​ຢຸນໜານຍັງ​ໃຫຍ່​ຫຼ​ວງຢູ່, ການ​ນຳບັນດາ​ທ້ອງ​ຖິ່ນຂອງ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ຊອກ​ຫາ​ບັນດາມາດ​ຕະການຢ່າງ​ຕັ້ງໜ້າ, ຊຸກຍູ້​ການ​ພົວພັນແລກ​ປ່ຽນ​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ, ວັດທະນະທຳ ກວ່າ​ອີກ. ພິ​ເສດ​ແມ່ນ​ສ້າງ​ເງື່ອນ​​ໂຂ​ສະ​ດວກ​ໃຫ້ວ​ິສາ​ຫະກິດ 2 ຝ່າຍ​ຮ່ວມ​ມື​ທຳ​ມາ​ຫາ​ກິນ​, ປະກອບສ່ວນ​ເຂົ້າ​ໃນ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ ລັດຖະບານ​ຫວຽດນາມ ສະໜັບ​ສະ​ໜູນ ກໍ​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ຈີນ, ​ໃນ​ນັ້ນ​ມີ​ແຂວງ ຢຸນໜານ. ຫວຽດນາມ ກໍ​ພວມ​ຍູ້​ແຮງ​ການ​ສ້າງ​ຕັ້ງ​ເສັ້ນທາງດ່ວນ ຮ່າ​ໂນ້ຍ - ລາວ​ກາຍ, ຮ່າ​ໂນ້ຍ - ກວາງ​ນິງ ​ແລະ ບັນດາ​ໂຄງການ​ກໍ່ສ້າງເສັ້ນທາງ​ລົດ​ໄຟ​ທີ່​ກ່ຽວຂ້ອງ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນການ​ຄ້າ, ກໍ​ຄື​ການ​ໄປມາ​ຂອງ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ຝ່າຍ​.

ຂ່າວ/ບົດ​ອື່ນ