ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຊົມເຊີຍບັນດາວິສາຫະກິດອົດສະຕາລີ ລົງທຶນຢູ່ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 27 ພະຈິກ, ໃນຂອບເຂດການຢ້ຽມຢາມ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າຄະນະສະຫະສະມາຄົມວິສາຫະກິດ ຫວຽດນາມ ຢູ່ ອົດສະຕາລີ. 

       ນະທີນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຕີລາຄາສູງບົດບາດ ແລະ ຄວາມມານະພະຍາຍາມຂອງ ສະຫະສະມາຄົມວິສາຫະກິດໃນການຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ລະຫວ່າງສອງປະເທດ ແລະ ໜູນຊ່ວຍການພັດທະນາຂອງວິສາຫະກິດ ຢູ່ ອົດສະຕາລີ ເວົ້າລວມ ແລະ ນະຄອນ Melbourne ເວົ້າສະເພາະ ພ້ອມທັງຊົມເຊີຍສະຫະສະມາຄົມ ເມື່ອກະກຽມ ເປີດສູນສົ່ງເສີມການຄ້າ - ການລົງທຶນ ຫວຽດນາມ - ອົດສະຕາລີ ຢູ່ Melbourne ເພື່ອແນໃສ່ໂຄສະນາ ແລະ ເປັນຂົວຕໍ່ໃຫ້ສິນຄ້າ, ການບໍລິການຂອງຫວຽດນາມ ເຂົ້າເຖິງຕະຫຼາດ ອົດສະຕາລີ.

        ແລະກໍໃນວັນດຽວກັນ, ທີ່ການຕ້ອນຮັບຄະນະການນໍາ ກຸ່ມບໍລິສັດການເງິນ Macquarie  ເຊິ່ງເປັນກອງທຶນລົງທຶນໃຫຍ່ທີ່ສຸດຂອງ ອົດສະຕາລີ ໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະ ບໍລິສັດ Woodside - ບໍລິສັດສະໜອງອາຍແກັດເຫຼວໃຫຍ່ທີ່ສຸດຂອງ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ສະແດງຄວາມຊົມເຊີຍຕໍ່ບັນດາວິສາຫະກິດຂອງອົດສະຕາລີ ທີ່ໄດ້ເພີ່ມທະວີການລົງທຶນເຂົ້າຂົງເຂດພະລັງງານ ຢູ່ ຫວຽດນາມ, ພິເສດແມ່ນພະລັງງານຜະລິດຄືນໃໝ່. ການນໍາສອງວິສາຫະກິດດັ່ງກ່າວ ກໍມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື, ລົງທຶນ ແລະ ພັດທະນາບັນດາໂຄງການໄຟຟ້າໃຊ້ແຮງລົມຢູ່ນອກຝັ່ງທະເລ, ພະລັງງານແສງຕາເວັນ ແລະ ໄຟຟ້າອາຍແກັດເຫຼວ ຢູ່ຫວຽດນາມ.

ຕອນບ່າຍວັນທີ 27 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ອອກຈາກນະຄອນ Melbourne  ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ ຢ່າງຈົບງາມ. ໃນຕອນຄໍ່າຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຍັງນະຄອນ Auckland, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ນິວຊີແລນ. 

ຕອບກັບ

ຂ່າວ/ບົດ​ອື່ນ