ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນ​າມ ຫວູ​ດຶກ​ດາມ ລົງ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ແຂວງ ຫາຍ​ເຢືອງ ແລະ ກວ໋າງ​ນິງ

(VOVWORLD) - ຕອນຄ່ຳວັນທີ 31 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ໄປປະຕິບັດງານຢູ່ແຂວງ ຫາຍເຢືອງ ແລະ ກວ໋າງນິງ ເພື່ອກວດກາສະພາບການປິ່ນປົວ ກໍຄື ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ສອງທ້ອງຖິ່ນດັ່ງກ່າວ.
 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນ​າມ ຫວູ​ດຶກ​ດາມ ລົງ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ແຂວງ ຫາຍ​ເຢືອງ ແລະ ກວ໋າງ​ນິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມດ້ວຍຄະນະ ລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ ແຂວງ ຫາຍເຢືອງ (ພາບ:VGP)

ພາຍຫຼັງສຸມເຫື່ອເທແຮງຜັນຂະຫຍາຍຢ່າງຂ້ຽວຂາດເປັນເວລາ 4 ວັນ, ມາຮອດປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນ ຈີ໊ລິງ, ແຂວງຫາຍເຢືອງ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ກໍຄ່ອຍໆຫຼຸດລົງ.

        ເມື່ອລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ເທດສະບານ ດົງຈ່ຽວ, ແຂວງ ກວ໋າງນິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ທີ່ໄດ້ຜັນຂະຫຍາຍບັນດາມາດຕະການຄົ້ນຫາປະຫວັດການເຄື່ອນໄຫວໄປ - ມາ, ຈຳກັດບໍລິເວນ ແລະ ແຍກຕົວ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ, ດ້ວຍການຜັນຂະຫຍາຍບັນດາມາດຕະການຢ່າງໄວວາ ແລະ ຂ້ຽວຂາດຢູ່ສອງທ້ອງຖິ່ນນັ້ນ, ແນ່ນອນວ່າໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານກ່ອນບຸນປີໃໝ່ປະຈຳຊາດ ປີ 2021.

        ຕອນເຊົ້າວັນທີ 1 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2 ຄົນ ໃນຊຸມຊົນ ຢູ່ຮ່າໂນ້ຍ. ປັດຈຸບັນ, ເຂົາເຈົ້າພວມປະຕິບັດການແຍກຕົວ ແລະ ປິ່ນປົ່ວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ (ຮ່າໂນ້ຍ).

ຕອບກັບ

ຂ່າວ/ບົດ​ອື່ນ