ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເຈິ່ນ​ລຶວກວາງ ພົບ​ປະ​ສົນ​ທະ​ນາ ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແອັດ​ສະ​ປາຍ

(VOVWORLD) -ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ ການຕັດສິນໃຈນຳການພົວພັນ “ຄູ່ຮ່ວມມືຍຸດທະສາດມຸ່ງໄປເຖິງອະນາຄົດ” ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມມຸ່ງຫວັງຂອງທັງສອງປະເທດ.

ໃນຂອບເຂດການຢ້ຽມຢາມ ແອັດສະປາຍຢ່າງເປັນທາງການ, ວັນທີ 3 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ພົບປະສົນທະນາ ກັບທ່ານຮອງນາຍົກລັດຖະມົນຕີ ຜູ້ທີໜຶ່ງ ແອັດສະປາຍ Nadia Calvino. ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ ການຕັດສິນໃຈນຳການພົວພັນ “ຄູ່ຮ່ວມມືຍຸດທະສາດມຸ່ງໄປເຖິງອະນາຄົດ” ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມມຸ່ງຫວັງຂອງທັງສອງປະເທດ. ຫວຽດນາມ ແລະ ແອັດສະປາຍ ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢ່າງມີປະສິດທິຜົນ, ສູ້ຊົນນຳວົງການເງິນການຄ້າ ໃຫ້ໄດ້ 5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ