ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວ​ກວາງ ຂຽນ​ໃສ່​ປື້​ມ​ໄວ້ອາ​ໄລ ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ຢູ່​ສະ​ຖານ​ທູດ ອີ​ຣານ

(VOVWORLD) - ຫວຽດນາມ ປາດຖະໜາ ລັດ ແລະ ປະຊາຊົນ ອີຣານ ຈະຜ່ານຜ່າຄວາມເຈັບປວດ, ຄວາມເສຍຫາຍ ອັນໜັກໜ່ວງ ໂດຍໄວ, ສືບຕໍ່ສ້າງລັດ ອີຣານ ໃຫ້ນັບມື້ນັບ ວັດທະນາຖາວອນ.
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວ​ກວາງ ຂຽນ​ໃສ່​ປື້​ມ​ໄວ້ອາ​ໄລ ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ຢູ່​ສະ​ຖານ​ທູດ ອີ​ຣານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຂຽນປຶ້ມໄວ້ອາໄລ (ພາບ: VGP)

ຕອນເຊົ້າວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ເຂົ້າໄວ້ອາໄລ ແລະ ຂຽນປຶ້ມໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ຢູ່ສະຖານທູດ ສາທາລະນະລັດ ມຸດສະລິມ ອີຣານຢູ່ ຮ່າໂນ້ຍ, ພາຍຫຼັງອຸບັດຕິເຫດເຮືອບິນ ໃນວັນທີ 19 ພຶດສະພາ ໄດ້ເຮັດໃຫ້ ທ່ານປະທານາທິບໍດີ ອີຣານ Ebrahim Raisi, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ແລະ ເຈົ້າໜ້າທີ່ຂັ້ນສູງ ອີຣານ ຈຳນວນໜຶ່ງ ເສຍຊີວິດ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ຂຽນວ່າ: ຫວຽດນາມ ປາດຖະໜາ ລັດ ແລະ ປະຊາຊົນ ອີຣານ ຈະຜ່ານຜ່າຄວາມເຈັບປວດ, ຄວາມເສຍຫາຍ ອັນໜັກໜ່ວງ ໂດຍໄວ, ສືບຕໍ່ສ້າງລັດ ອີຣານ ໃຫ້ນັບມື້ນັບ ວັດທະນາຖາວອນ.

ກ່ອນໜ້ານັ້ນ, ໃນວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ທ່ານຮັກສາການ ປະທານາທິບໍດີ ອີຣານ Mohammad Mokhber, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf.

ຕອບກັບ

ຂ່າວ/ບົດ​ອື່ນ