ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​​ລຶວກວາງ ຕ້ອນ​ຮັບ​ທ່ານ​ເລ​ຂາ​ນຸ​ການ​ສານອະ​ນຸ​ຍາ​ໂຕ ຕຸ​ລາ​ການ ປະ​ຈຳ ຫວຽດ​ນາມ

(VOVWORLD) -  ທ່ານປາດຖະໜາວ່າ ຫວຽດນາມ ແລະ ຫ້ອງການ PCA ຈະສືບຕໍ່ເພີ່ມທະວີການຮ່ວມມືໃນການບຳລຸງສ້າງຖັນແຖວນັກຊ່ຽວຊານດ້ານຕຸລາການສາກົນ, ກໍຄືເພີ່ມທະວີກຳລັງຄວາມສາມາດຂອງພະນັກງານ, ລັດຖະກອນ ແລະ ທະນາຍຄວາມ ຫວຽດນາມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​​ລຶວກວາງ ຕ້ອນ​ຮັບ​ທ່ານ​ເລ​ຂາ​ນຸ​ການ​ສານອະ​ນຸ​ຍາ​ໂຕ ຕຸ​ລາ​ການ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານເລຂານຸການໃຫຍ່ PCA Marcin Czepelak (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ສານອະນຸຍາໂຕ ຕຸລາການ (PCA) ໜູນຊ່ວຍ ຫວຽດນາມ ໃຫ້ກາຍເປັນແຫຼ່ງແກ້ໄຂການຂັດແຍ້ງສາກົນດ້ວຍການເປັນກຳມະການ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຍົກອອກຄຳສະເໜີດັ່ງກ່າວ ໃນການຕ້ອນຮັບທ່ານເລຂານຸການໃຫຍ່ PCA Marcin Czepelak ຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 31 ສິງຫາ ຢູ່ຮ່າໂນ້ຍ. ທ່ານປາດຖະໜາວ່າ ຫວຽດນາມ ແລະ ຫ້ອງການ PCA ຈະສືບຕໍ່ເພີ່ມທະວີການຮ່ວມມືໃນການບຳລຸງສ້າງຖັນແຖວນັກຊ່ຽວຊານດ້ານຕຸລາການສາກົນ, ກໍຄືເພີ່ມທະວີກຳລັງຄວາມສາມາດຂອງພະນັກງານ, ລັດຖະກອນ ແລະ ທະນາຍຄວາມ ຫວຽດນາມ.

          ສ່ວນທ່ານເລຂານຸການສານ PCA Marcin Czepelak ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮັບຊາບກ່ຽວກັບການເຄື່ອນໄຫວຂອງຫ້ອງການ PCA ປະຈຳ ຫວຽດນາມ  ນັບແຕ່ເມື່ອສ້າງຕັ້ງ ຈົນຮອດປັດຈຸບັນ, ກໍຄື ກຳນົດທິດທາງການເຄື່ອນໄຫວຂອງຫ້ອງການໃນໄລຍະຈະມາເຖິງ, ກໍຄືການຈັດບັນດາຊຸດບໍາລຸງສ້າງ, ຝຶກອົບຮົມໃຫ້ແກ່ພະນັກງານຂອງລັດ, ທະນາຍຄວາມ, ພະນັກງານຂອງກຸ່ມບໍລິສັດ, ລັດວິສາຫະກິດ ແລະ ອຳນວຍຄວາມສະດວກໃຫ້ນັກສຶກສາ ຫວຽດນາມ ມາຝຶກງານຢູ່ຫ້ອງການ PCA ຢູ່ນະຄອນ La Hay ( ໂຮນລັງ).

  

ຕອບກັບ

ຂ່າວ/ບົດ​ອື່ນ