ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບປະທານ JICA

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຊົມເຊີຍທ່ານ Yamada Junichi ທີ່ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມກ່ຽວກັບການເລີ່ມປະຕິບັດ “ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໃນສັງກາດໃໝ່, ໄລຍະ 1”
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບປະທານ JICA - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Yamada Junichi
(ພາບ: TTXVN)

        ຕອນບ່າຍວັນທີ 26 ມີນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Yamada Junichi. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຊົມເຊີຍທ່ານ Yamada Junichi ທີ່ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມກ່ຽວກັບການເລີ່ມປະຕິບັດ “ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໃນສັງກາດໃໝ່, ໄລຍະ 1”, ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (KEIDANREN) ແລະ ສະຖານທູດ ຍີ່ປຸ່ນ ຈັດຂຶ້ນ, ເປີດໂອກາດຮ່ວມມືໃໝ່ລະຫວ່າງ 2 ປະເທດ.

        ສ່ວນທ່ານ Yamada Junichi, ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ອັດຕາປ່ອຍທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ຂອງ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທ່ານຢືນຢັນວ່າ, ພ້ອມແລ້ວທີ່ຈະປຶກສາຫາລືກັບ ຫວຽດນາມ ກ່ຽວກັບການຜັນຂະຫຍາຍ 11 ໂຄງການພັດທະນາພື້ນຖານໂຄງລ່າງຂອງບັນດາທ້ອງຖິ່ນ.

        2 ຝ່າຍກໍ່ຢືນຢັນຄວາມຕັດສິນໃຈຊຸກຍູ້ຄວາມຄືບໜ້າໃນໂຄງການຈຳນວນໜຶ່ງພວມຊັກຊ້າຢູ່, ໂດຍສະເພາະແມ່ນໂຮງໝໍ ເຈີ້ໄຣ້ ສາຂາທີ 2 ແລະ ໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ