ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບຜູ້ມີສິດເລືອກຕັ້ງ ຫາຍຟ່ອງ

(VOVWORLD) - ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ປະກອບຫຼາຍຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ ເຊິ່ງຈະໄດ້ຮັບການພິຈາລະນາທີ່ກອງປະຊຸມ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບຜູ້ມີສິດເລືອກຕັ້ງ ຫາຍຟ່ອງ - ảnh 1 (ທີ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຽນຖຸຍ, ນະຄອນ ຫາຍຟ່ອງ)

        ຕອນເຊົ້າວັນທີ 11 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ  ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຽນຖຸຍ, ນະຄອນ ຫາຍຟ່ອງ ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ປະກອບຫຼາຍຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ ເຊິ່ງຈະໄດ້ຮັບການພິຈາລະນາທີ່ກອງປະຊຸມ, ຄື: ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ); ກົດໝາຍວ່າດ້ວຍແຜນຜັງເມືອງ ແລະ ການວາງແຜນຊົນນະບົດ; ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ)…, ສະເໜີໃຫ້ສະພາແຫ່ງຊາດ, ບັນດາອົງການສູນກາງເອົາໃຈໃສ່ບາງບັນຫາທີ່ຍັງບົກຜ່ອງຢູ່ທ້ອງຖິ່ນ.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ປາດຖະໜາວ່າ, ການນຳ ແລະ ປະຊາຊົນນະຄອນ ຫາຍຟ່ອງ ຈະສືບຕໍ່ເສີມຂະຫຍາຍກຳລັງແຮງລວມໝູ່, ໄປພ້ອມກັບການພັດທະນາເສດຖະກິດ, ຕ້ອງເອົາໃຈໃສ່ເບິ່ງແຍງດູແລຊີວິດທາງດ້ານຈິດໃຈຂອງປະຊາຊົນ; ສືບຕໍ່ຍູ້ແຮງວຽກງານໂຄສະນາການຫັນເປັນດີຈີຕອນ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ຂັ້ນທ້ອງຖິ່ນ…

        ເນື່ອງໃນໂອກາດນີ້, ການນຳນະຄອນ ຫາຍຟ່ອງ ກໍ່ຕອບຄຳສະເໜີແນະຈຳນວນໜຶ່ງທີ່ຂຶ້ນກັບສິດຂອງນະຄອນຕໍ່ໜ້າຜູ້ມີສິດເລືອກຕັ້ງ. ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ຈະຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ ເພື່ອລາຍງານທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະຈັດຂຶ້ນໃນວັນທີ 20 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ