ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ມອບຂອງຂວັນບຸນເຕັດຢູ່ແຂວງ ຮ່ວາບິ່ງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນວ່າ: ປີ 2023, ປະເທດຊາດໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າ, ປະກອບສ່ວນສ້າງກຳລັງໜູນ ເພື່ອປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ມອບຂອງຂວັນບຸນເຕັດຢູ່ແຂວງ ຮ່ວາບິ່ງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດ 200 ພູດ
(ພາບ: ໜັງສືພິມ ຮ່ວາບິ່ງ)

ຕອນເຊົ້າວັນທີ 22 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດ 200 ພູດ ໃຫ້ແກ່ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຮ່ວາບິ່ງ.

        ກ່າວຄຳເຫັນກັບພໍ່ແມ່ປະຊາຊົນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນວ່າ: ປີ 2023, ປະເທດຊາດໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າ, ປະກອບສ່ວນສ້າງກຳລັງໜູນ ເພື່ອປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ. ສຳລັບແຂວງ ຮ່ວາບິ່ງ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ: ແຂວງ ແມ່ນຈຸດເດັ່ນໃນວຽກງານລົບລ້າງຄວາມອຶດຫິວ, ທຸກຍາກ, ດ້ວຍອັດຕາຄວາມທຸກຍາກຫລຸດລົງ 3% ເມື່ອທຽບໃສ່ປີ 2022, ຊຶ່ງແມ່ນຕົວເລກເປັນໜ້າຊື່ນຊົມ ຊຶ່ງຫາກບໍ່ແມ່ນທ້ອງຖິ່ນໃດກໍ່ສາມາດປະຕິບັດໄດ້. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ: ແຂວງ ຮ່ວາບິ່ງ ສືບຕໍ່ຂົນຂວາຍບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ຜູ້ມີຄວາມສ່ຽງໄພສູງກ່ວາເພິ່ນ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຮ່ວາບິ່ງ ມານະພະຍາຍາມຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມຢ່າງຕັ້ງໜ້າ, ພິເສດແມ່ນໂຄງການເສັ້ນທາງຄວາມໄວສູງເຊື່ອມຕໍ່ກັບ ຮ່າໂນ້ຍ, ປະກອບສ່ວນດຶງດູດບັນດານັກລົງທຶນຮ່ວມແຮງຮ່ວມໃຈສ້າງທ້ອງຖິ່ນພັດທະນາຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ