ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເປັນປະທານກອງປະຊຸມຂອງສະພາປະເມີນຜົນແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ

(VOVWORLD) - ແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ເພື່ອແນໃສ່ປົກປ້ອງ ແລະ ພັດທະນາແຫຼ່ງສິນໃນນ້ຳແບບຍືນຍົງ.
 
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເປັນປະທານກອງປະຊຸມຂອງສະພາປະເມີນຜົນແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ - ảnh 1ທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ
(ພາບ:VGP/Hải Minh)

ຕອນເຊົ້າວັນທີ 18 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີ ເປັນປະທານກອງປະຊຸມສະພາປະເມີນຜົນແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ ອາຍຸການ 2021 – 2030 ວິໄສທັດຮອດປີ 2050. ແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ ໄດ້ຊີ້ແຈ້ງວ່າ ການຂຸດຄົ້ນແຫຼ່ງສິນໃນນ້ຳແມ່ນໜຶ່ງ ໃນ 6 ຂະແໜງເສດຖະກິດທະເລສຳຄັນ.

ແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ ໄລຍະ 2021 – 2030 ວິໄສທັດຮອດປີ 2050 ເພື່ອແນໃສ່ປົກປ້ອງ ແລະ ພັດທະນາແຫຼ່ງສິນໃນນ້ຳແບບຍືນຍົງ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດຂອງບັນດາປະເພດສິນໃນນ້ຳ, ອະນຸລັກຮັກສາຊີວະນາໆພັນ… ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ຊີ້ແຈ້ງວ່າ:

“ຜ່ານກອງປະຊຸມຄັ້ງນີ້ ແລະ ຄຳເຫັນຂອງບັນດາສະມາຊິກ, ສະພາໄດ້ເຫັນດີເປັນເອກະພາບທັດສະນະ, ເປົ້າໝາຍໂດຍພື້ນຖານ ແລະ ພິເສດແມ່ນການກຳນົດມາດຕະການແກ້ໄຂແຜນການນີ້. ຂ້າພະເຈົ້າສະເໜີຕ້ອງມີບັນຊີລາຍຊື່ໂຄງການຕາມອັນດັບບຸລິມະສິດ ແລະ ລະອຽດກ່ວາອີກ, ຂໍຄຳເຫັນຈາກບັນດາສະມາຊິກໃນສະພາ, ສ້າງສຳເນົາເອກະສານສຳເລັດເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ອະນຸມັດຜ່ານ”.

 

ຕອບກັບ

ຂ່າວ/ບົດ​ອື່ນ