ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ຫວຽດນາມ ກຽມພ້ອມກັບບັນດາປະເທດເຂົ້າຮ່ວມການຫັນເປັນສີຂຽວ

(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ນີ້ແມ່ນຈຸດເວລາປະຫວັດສາດເພື່ອໃຫ້ໂລກມີການປ່ຽນແປງໃໝ່ຢ່າງວ່ອງໄວ, ຫັນປ່ຽນເສດຖະກິດແຕ່ສີເທົາ ເປັນສີຂຽວ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ຫວຽດນາມ ກຽມພ້ອມກັບບັນດາປະເທດເຂົ້າຮ່ວມການຫັນເປັນສີຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ

ຕອນບ່າຍວັນທີ 5 ພະຈິກ, ໃນຂອບເຂດງານຕະຫຼາດນັດການນຳເຂົ້າສາກົນ ຈີນ (CIIE) ຄັ້ງທີ 6 ຢູ່ນະຄອນ ຊຽງໄຮ້, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ “ພັດທະນາການລົງທຶນ ແລະ ການຄ້າສີຂຽວ - ພ້ອມກັນສ້າງຄວາມສີວິໄລຊີວະພາບທົ່ວໂລກ”. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແມ່ນໜຶ່ງໃນ 3 ນັກປາຖະກະຖາ ຕົ້ນຕໍຂອງກອງປະຊຸມ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ນີ້ແມ່ນຈຸດເວລາປະຫວັດສາດເພື່ອໃຫ້ໂລກມີການປ່ຽນແປງໃໝ່ຢ່າງວ່ອງໄວ, ຫັນປ່ຽນເສດຖະກິດແຕ່ສີເທົາ ເປັນສີຂຽວ, ໃນນັ້ນ, ວິສາຫະກິດເຕັກໂນໂລຊີແມ່ນ “ວັກຊິນ” ໃນວິວັດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນສີຂຽວ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ຫວຽດນາມ ກຽມພ້ອມກັບບັນດາປະເທດເຂົ້າຮ່ວມການຫັນເປັນສີຂຽວ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢ້ຽມຢາມ ບັນດາຮ້ານວາງສະແດງຂອງວິສາຫະກິດ ຫວຽດນາມ

        ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ກຽມພ້ອມທີ່ຈະພ້ອມກັບບັນດາປະເທດສ້າງຂອບເຂດການຮ່ວມມືລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາໃຫ້ແກ່ການຫັນເປັນສີຂຽວ. ໂດຍແມ່ນໜຶ່ງໃນ 3 ປະເທດຜັນຂະຫຍາຍສັນຍາຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP) ກັບບັນດາປະເທດອຸດສາຫະກຳພັດທະນາ (G7), ຫວຽດນາມ ໄດ້ຊຸກຍູ້ກົນໄກລະດົມການເງິນສີຂຽວ, ຕາມນັ້ນແລ້ວ, ແຫຼ່ງທຶນຈາກລັດຖະບານໄດ້ສວມບົດບາດພາທາງ, ກຳນົດທິດບັນດາແຫຼ່ງເງິນລົງທຶນເອກະຊົນເພື່ອຫັນບັນດາເປົ້າໝາຍຫລຸດຜ່ອນອາຍພິດເຮືອນແກ້ວ, ຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.

        ພາຍຫຼັງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມເຂດວາງສະແດງຂອງເກືອບ 40 ວິສາຫະກິດທີ່ເຂົ້າຮ່ວມງານຕະຫຼາດນັດ. ເນື່ອງໃນໂອກາດເຂົ້າຮ່ວມ CIIE ຄັ້ງທີ 6, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຂອງປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ