ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ Davos 53

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຈະໄປເຂົ້າຮ່ວມກອງປະຊຸມປະຈຳປີ WEF ຄັ້ງທີ 53 ຢູ່ Davos, ສະວິດ ແຕ່ວັນທີ 16-17 ມັງກອນ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ Davos 53 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ
(ພາບ: laodong.vn)

        ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັງ ໃຫ້ຮູ້ວ່າ, ໂດຍໄດ້ຮັບຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຈະໄປເຂົ້າຮ່ວມກອງປະຊຸມປະຈຳປີ WEF ຄັ້ງທີ 53 ຢູ່ Davos, ສະວິດ ແຕ່ວັນທີ 16-17 ມັງກອນ. ກອງປະຊຸມຄັ້ງນີ້ມີຫົວຂໍ້ “ຮ່ວມມືໃນໂລກທີ່ແຕກແຍກ”, ດຳເນີນໄປໃນສະພາບທີ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ການນຳ 2 ຝ່າຍຍູ້ແຮງການເຄື່ອນໄຫວພົບປະ ແລະ ແລກປ່ຽນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສໃນວາລະປຶກສາຫາລື ແລະ ໂອ້ລົມສົນທະນາຢູ່ WEF; ພົບປະ 2 ຝ່າຍກັບທ່ານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານ WEF ພ້ອມກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດທົ່ວໂລກທີ່ມາເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ