ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ການ​ເງິນ​ທົ່ວ​ໂລກ​ສະ​ບັບ​ໃໝ່

(VOVWORLD) - ກອງປະຊຸມດັ່ງກ່າວໄດ້ຮັບການມຸ່ງຫວັງວ່າຈະຊຸກຍູ້ວິໄສທັດໃໝ່ໃນການປະຕິຮູບລະບົບການເງິນທົ່ວໂລກ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ການ​ເງິນ​ທົ່ວ​ໂລກ​ສະ​ບັບ​ໃໝ່ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 22 ມິຖຸນາ, ກອງປະຊຸມສຸດຍອດກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃໝ່ ໄດ້ໄຂຂຶ້ນຢູ່ ປາຣີ, ຝລັ່ງ ດ້ວຍການເຂົ້າຮ່ວມຂອງການນຳລະດັບສູງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນກ່ວາ 100 ທ່ານ. ຢູ່ກອງປະຊຸມ, ບັນດາການນຳໄດ້ສຸມໃສ່ປຶກສາຫາລືກ່ຽວກັບການສ້າງວິໄສທັດໃໝ່ໃຫ້ແກ່ລະບົບການເງິນທົ່ວໂລກ, ຊຸກຍູ້ການຮ່ວມມືໃນຫຼາຍຫົວຂໍ້ທີ່ແທດຈິງ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າໄດ້ເຂົ້າຮ່ວມ ແລະ ພົບປະກັບທ່ານປະທານທະນາຄານໂລກ (WB), ລັດຖະມົນຕີກະຊວງພັດທະນາ ສາກົນ ການາດາ ແລະ ລັດຖະມົນຕີກະຊວງນະໂຍບາຍ ແລະ ການຮ່ວມມືພັດທະນາດິນຟ້າອາກາດທົ່ວໂລກ ເດນມາກ. ກອງປະຊຸມດັ່ງກ່າວໄດ້ຮັບການມຸ່ງຫວັງວ່າຈະຊຸກຍູ້ວິໄສທັດໃໝ່ໃນການປະຕິຮູບລະບົບການເງິນທົ່ວໂລກ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍ, ສະເໜີບັນດາມາດຕະການນຳໜ້າໃນການສະໜອງການເງິນໃຫ້ແກ່ການພັດທະນາ, ລະດົມບັນດາແຫຼ່ງກຳລັງໃໝ່ຢູ່ຂົງເຂດເອກະຊົນ ໃຫ້ແກ່ການພັດທະນາແບບຍືນຍົງ.

ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບຫົວຂໍ້ “ລະດົມແຫຼ່ງກຳລັງດ້ານການເງິນ ຂອງຂົງເຂດເອກະຊົນ” ໃນຂອບເຂດກອງປະຊຸມສຸດຍອດກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃໝ່, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຍົກອອກບາງສານສຳຄັນກ່ຽວກັບການລະດົມແຫຼ່ງການເງິນພາກເອກະຊົນ, ຢັ້ງຢືນຄວາມສາມາດບົ່ມຊ້ອນ ຜົນກຳໄລ, ຄວາມສົນໃຈຂອງພາກເອກະຊົນຕໍ່ຂົງເຂດພະລັງງານທົດແທນ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ຄວນສ້າງບັນດາມາດຖານ, ສ້າງກອບນິຕິກຳມີສະຖຽນລະພາບ, ຈະແຈ້ງໃຫ້ສົມບູນແບບ, ປ່ຽນແປງໃໝ່ຮູບແບບຮ່ວມມືດ້ານການເງິນລະຫວ່າງລັດຖະບານ ແລະ ພາກເອກະຊົນ. ບັນດາການນຳທີ່ເຂົ້າຮ່ວມໄດ້ແບ່ງປັນ ແລະ ຕີລາຄາສູງບັນດາຄຳເຫັນ, ຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າໂດຍ.

ຕອບກັບ

ຂ່າວ/ບົດ​ອື່ນ