ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມພິທີປະກາດການວາງແຜນກຳນົດແຂວງ ບິ່ງທ້ວນ

(VOVWORLD) - ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ແຂວງ ບິ່ງທ້ວນ ໄດ້ຮັບການວາງແຜນກຳນົດແມ່ນໜຶ່ງໃນບັນດາສູນອຸດສະຫະກຳກ່ຽວກັບພະລັງງານສະອາດ, ພ້ອມທັງກຳນົດການທ່ອງທ່ຽວທະເລແມ່ນຂົງເຂດເສດຖະກິດປາຍແຫຼມ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມພິທີປະກາດການວາງແຜນກຳນົດແຂວງ ບິ່ງທ້ວນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມພິທີ
(ພາບ: baobinhthuan.com.vn)

ຕອນເຊົ້າວັນທີ 28 ກຸມພາ, ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ ໄດ້ຈັດພິທີປະກາດການວາງແຜນກຳນົດແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ເຂົ້າຮ່ວມ ແລະ ກ່າວຄຳເຫັນ.

ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ແຂວງ ບິ່ງທ້ວນ ໄດ້ຮັບການວາງແຜນກຳນົດແມ່ນໜຶ່ງໃນບັນດາສູນອຸດສະຫະກຳກ່ຽວກັບພະລັງງານສະອາດ, ພ້ອມທັງກຳນົດການທ່ອງທ່ຽວທະເລແມ່ນຂົງເຂດເສດຖະກິດປາຍແຫຼມ, ຕິດພັນກັບທ່ອງທ່ຽວຊີວະພາບ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ເລື່ອງປະກາດການວາງແຜນນກຳນົດແຂວງແມ່ນການເລີ່ມຕົ້ນມີລັກສະນະກຳນົດທິດພັດທະນາຂອງ ບິ່ງທ້ວນ, ໃນການຮ່ວມສຳພັນກັບບັນດາແຂວງຂຶ້ນກັບເຂດນ້ອຍແຄມຝັ່ງທະເລທາງທິດໃຕ້ພາກກາງ, ກໍຄືບັນດາເຂດອື່ນໆ.

“ການວາງແຜນກຳນົດໃໝ່ຂອງແຂວງພຽງມີລັກສະນະກຳນົດທິດ. ຢາກມີໂສມໜ້າ ແລະ ການຕີລາຄາຢ່າງຄົບຖ້ວນກ່ຽວກັບຄວາມສາມາດບົ່ມຊ້ອນທຳມະຊາດນັ້ນ ສິ່ງສຳຄັນແມ່ນ ແຂວງຕ້ອງປະຕິບັດມະຕິເລກທີ 06 ຂອງກົມການເມືອງກ່ຽວກັບການວາງແຜນກຳນົດ, ສ້າງການຄຸ້ມຄອງ ແລະ ພັດທະນາເຂດຕົວເມືອງ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045, ຖືການພັດທະນາເຂດຕົວເມືອງແມ່ນໜຶ່ງໃນບັນດາມາດຕະການແກ້ໄຂ, ເປົ້າໝາຍ, ກຳລັງໜູນ, ຕິດພັນເຂດຕົວເມືອງກັບເສດຖະກິດຕົວເມືອງ ເພື່ອພັດທະນາແຂວງ”.

ຕາມກົມໃຫຍ່ສະຖິຕິແລ້ວ, ຍອດຜະລິດຕະພັນໃນບໍລິເວນແຂວງ (GRDP) ຂອງ ບິ່ງທ້ວນ ໃນປີ 2023 ເພີ່ມຂຶ້ນ 8,1%, ຢືນອັນດັບທີ 14/63 ແຂວງ, ນະຄອນໃນທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນຂອງແຂວງ ຄາດວ່າບັນລຸ 87 ລ້ານດົ່ງ/ປີ (3.500 USD).

ຕອບກັບ

ຂ່າວ/ບົດ​ອື່ນ