ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຮັດວຽກກັບຮອງຜູ້ອຳນວຍການອົງການພັດທະນາ ຝລັ່ງ

(VOVWORLD) - ສ່ວນທ່ານນາງ Marie Helene Loison, ຮອງຜູ້ອຳນວຍການ AFD ໄດ້ແບ່ງປັນກ່ຽວກັບບັນດາການກຳນົດທິດ ແລະ ຍຸດທະສາດຂອງ AFD ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຮັດວຽກກັບຮອງຜູ້ອຳນວຍການອົງການພັດທະນາ ຝລັ່ງ - ảnh 1ທ່ານນາງ Marie Helene Loison, ຮອງຜູ້ອຳນວຍການ AFD ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ
(ພາບ:VGP/Minh Khôi)

ໃນຂອບເຂດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃໝ່ ແລະ ເຮັດວຽກຢູ່ ສ ຝລັ່ງ, ວັນທີ 21 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປຢ້ຽມຢາມສຳນັກງານອົງການພັດທະນາ ຝລັ່ງ (AFD) ແລະ ໄດ້ເຮັດວຽກກັບ ທ່ານນາງ Marie Helene Loison, ຮອງຜູ້ອຳນວຍການ AFD ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ AFD.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມສຸດຍອດກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃໝ່ ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ເພື່ອແນໃສ່ຊອກຫາບັນດາແຫຼ່ງການເງິນພາກລັດ - ເອກະຊົນໃໝ່, ປະກອບສ່ວນຊຸກຍູ້ການເງິນໃຫ້ແກ່ການພັດທະນາ ແລະ ຜັນຂະຫຍາຍບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG). ເນື່ອງໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ສະເໜີໃຫ້ AFD ສືບຕໍ່ໜູນຊ່ວຍ, ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາໂຄງການຫລຸດຜ່ອນອາຍພິດເຮືອນແກ້ວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນບັນດາເຂດແຄມທະເລ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

        ສ່ວນທ່ານນາງ Marie Helene Loison, ຮອງຜູ້ອຳນວຍການ AFD ໄດ້ແບ່ງປັນກ່ຽວກັບບັນດາການກຳນົດທິດ ແລະ ຍຸດທະສາດຂອງ AFD ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ຢັ້ງຢືນຈະສືບຕໍ່ຜັນຂະຫຍາຍໂຄງການຄົ້ນຄ້ວາເສດຖະກິດ - ສັງຄົມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ ຫວຽດນາມ; ເຫັນດີເປັນເອກະພາບຈະໜູນຊ່ວຍ ຫວຽດນາມ ໃນການເພີ່ມທະວີກຳລັງແຮງສ້າງນະໂຍບາຍ, ຖ່າຍທອດເຕັກໂນໂລຊີ ແລະ ໜູນຊ່ວຍການເງິນໃນບັນດາຂົງເຂດພັດທະນາພະລັງງານສີຂຽວ, ພະລັງງານທົດແທນ, ການສົ່ງໄຟຟ້າ ອັດສະລິຍະ, ຜະລິດເຊື້ອເພີງສີຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ