ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ລົງຢ້ຽມຢາມພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຄອບຄົວເປົ້າໝາຍນະໂຍບາຍຢູ່ແຂວງບິ່ງເຟຶອກ

(VOVWORLD) -    ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ແລະ ຄະນະປະຕິບັດງານ ໄດ້ລົງເຮັດວຽກຢູ່ແຂວງບິ່ງເຝືອກໃນວັນທີ 31 ສິງຫາ. 

        ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ແລະ ຄະນະປະຕິບັດງານ ໄດ້ລົງເຮັດວຽກຢູ່ແຂວງບິ່ງເຝືອກໃນວັນທີ 31 ສິງຫາ. ນະທີ່ນີ້, ຄະນະປະຕິບັດງານໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດກອງບັນຊາການເຂດ ຕ່າທຽດ; ຢ້ຽມຢາມພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຄອບຄົວເປ້ົາໝາຍນະໂຍບາຍໃນບໍລິເວນແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາຄົບຮອບ 74 ປີ ແລະ ວັນຊາດຫວຽດນາມທີ 2 ກັນຍາ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ລົງຢ້ຽມຢາມພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຄອບຄົວເປົ້າໝາຍນະໂຍບາຍຢູ່ແຂວງບິ່ງເຟຶອກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ 3 ເມືອງລົກນິງ, ບູ່ດົບ ແລະ ເມືອງ ບູ່ຢາເມີບ (ພາບ: VGP)

         ເມື່ອລົງຮອດເມືອງຊາຍແດນ ລົກນິງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ແລະ ຄະນະປະຕິບັດງານໄດ້ມອບລົດຖີບ 100 ຄັນ ແລະ ທຶນການສຶກສາ 500 ທຶນ ໃຫ້ແກ່ນັກຮຽນທຸກຍາກທີ່ມີຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນຮໍ່າຮຽນ ຢູ່ 3 ເມື່ອງຄື ລົກນິງ, ບູ່ດົບ ແລະ ເມືອງ ບູ່ຢາເມີບ.

ຕອບກັບ

ຂ່າວ/ບົດ​ອື່ນ