ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຮຽກຮ້ອງໃຫ້ນະຄອນໂຮ່ຈີມິນຕ້ອງປະຕິບັດການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລະບາດຢ່າງທັນການ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງແນະນຳນະຄອນ ໂຮ່ຈີມິນ ເປັນເຈົ້າການໃນການໜູນຊ່ວຍຜູ້ອອກແຮງງານ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນແຜນການສະໜອງເຄື່ອງໃຊ້ສະບຽງອາຫານທີ່ຈຳເປັນຖ້າຫາກປິດນະຄອນ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຮຽກຮ້ອງໃຫ້ນະຄອນໂຮ່ຈີມິນຕ້ອງປະຕິບັດການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລະບາດຢ່າງທັນການ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ

ລະບົບການເມືອງຕ້ອງເຂົ້າຮ່ວມປະຕິບັດຢ່າງແຮງ, ເປັນຕົ້ນແມ່ນຈາກຜູ້ນຳ ຕາແສງ, ເມືອງ ຕະຫຼອດຮອດນະຄອນ ໂຮ່ຈີມິນ ເພື່ອກວດກາຄືນ, ສະກັດກ້ັນບັນດາສະຖານທີ່ ທີ່ມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງ ແລະ ທາງນະຄອນຕ້ອງປະຕິບັດການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຢ່າງແຮງ ເພື່ອຄວບຄຸມການແຜ່ລະບາດຢ່າງທັນການ. ນັ້ນແມ່ນຄຳເນັ້ນໜັກຂອງ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໃນການເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 1 ມິຖຸນາ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງແນະນຳນະຄອນ ໂຮ່ຈີມິນ ເປັນເຈົ້າການໃນການໜູນຊ່ວຍຜູ້ອອກແຮງງານ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນແຜນການສະໜອງເຄື່ອງໃຊ້ສະບຽງອາຫານທີ່ຈຳເປັນຖ້າຫາກປິດນະຄອນ. ກະຊວງປ້ອນກັນຊາດ ກະກຽມບັນດາເຂດແຍກຕົວໃນກອງທັບ,ກະຊວງພາຍໃນ ແລະ ກະຊວງຕຳຫຼວດ ສົມທົບກັບບັນດາທ້ອງຖິ່ນ ແກ້ໄຂບັນດາສະຖານທີ່ ທີ່ມີການເຄື່ືອນໄຫວເຊື່ອຖືງົມງວາຍ ບໍ່ເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ