ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຈືອງ​ຮ່​ວາ​ບິ່ງ ໃຫ້​ການ​ຕ້ອນ​ຮັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ສິ​ລະ​ປະ ລັດ Hessen (ເຢຍ​ລະ​ມັນ)

(VOVWORLD) -ໃນການຕ້ອນຮັບທ່ານນາງ Angela Dorn ລັດຖະມົນຕີກະຊວງວິທະຍາສາດ ແລະ ສິລະປະ ລັດ Hessen (ເຢຍລະມັນ)ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 26 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ຕີລາຄາສູງການຮ່ວມມືລະຫວ່າງ ລັດ Hessen ກັບ ຫວຽດນາມຜ່ານໂຄງການ “ປາພະຄານ” ຂອງ ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຈືອງ​ຮ່​ວາ​ບິ່ງ ໃຫ້​ການ​ຕ້ອນ​ຮັບ​ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ສິ​ລະ​ປະ ລັດ Hessen (ເຢຍ​ລະ​ມັນ) - ảnh 1

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ລັດຖະບານ ເຈືອງຮ່ວາບິ່ງ ໃຫ້ການຕ້ອນຮັບທ່ານນາງ Angela Dorn ລັດຖະມົນຕີກະຊວງວິທະຍາສາດ ແລະ ສິລະປະ ລັດ Hessen (ເຢຍລະມັນ) (ພາບ: TTXVN)

ເນັ້ນໜັກວ່າ ປີ 2020 ສອງປະເທດຈະສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະນັ້ນ ສອງປະເທດຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພ້ອມກັນຈັດຕັ້ງ ການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ໃນນັ້ນມີຊຸມວັນວັດທະນະທຳ ຫວຽດນາມເຄື່ອນໄຫວ ຢູ່ ສາທາລະນະລັດ ສະຫະພັນ ເຢຍລະມັນ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີໃຫ້ ທ່ານນາງ Angela Dorn ລັດຖະມົນຕີກະຊວງວິທະຍາສາດ ແລະ ສິລະປະ ລັດ Hessen ກໍ່ຄື ອຳນາດການປົກຄອງ ລັດ Hessen ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມໃນການເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ລັດດັ່ງກ່າວ, ສືບຕໍໍ່ຊຸກຍູ້ບັນດາການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງວິຊາຊີບກັບ ຫວຽດນາມໃຫ້ຫຼາຍກ່ວາອີກ, ສ້າງເງື່ອນໄຂສະດວກໃຫ້ແກ່ວົງຄະນະຍາດຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມຕົວເຂົ້າກັບສັງຄົມ ເຢຍລະມັນໃຫ້ເປັນຢ່າງດີ…

        ສ່ວນທ່ານນາງ Angela Dorn ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະເພີ່ມທະວີການຮ່ວມມືລະຫວ່ງສອງຝ່າຍຢ່າງແຮງ. ທ່ານນາງກໍ່ສະແດງຄວາມນິຍົມນັບຖືຫວຽດນາມ ໃນການແກ້ໄຂການປ້ອງກັນ, ຄວບຄຸມໂລກລະບາດ CoVid – 19 ໄດ້ເປັນຢ່າງດີ, ທ່ານນາງ Angela Dorn ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະອຸປະຖຳໃຫ້ແກ່ບັນດານັກວິທະຍາສາດຫວຽດນາມ ໄປ ຄົ້ນຄ້ວາວັກຊິນປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຢູ່ບັນດາມະຫາວິທະຍາໄລເຢຍລະມັນໃນໄລຍະ ເວລາແຕ່ 1 – 3 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ