ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງຮ່​ວາ​ບິ່ງ​ລົງ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ເກິ່ນ​ເທີ

(VOVWORLD) - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ເກິ່ນເທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານ ມີການເຮັດວຽກ ແລະ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ເກິ່ນເທີ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງຮ່​ວາ​ບິ່ງ​ລົງ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ເກິ່ນ​ເທີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ ກັບນະຄອນ ເກິ່ນເທີ (ພາບ:  qdnd.vn)

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ເກິ່ນເທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານ ມີການເຮັດວຽກ ແລະ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ເກິ່ນເທີ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາງບິ່ງ ໄດ້ຮຽກຮ້ອງໃຫ້ ເກິ່ນເທີ ຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ເມື່ອປະຕິບັດການເອົາຕົວຢ່າງວິໄຈຫາເຊື້ອ, ສັກວັກຊິນຕ້ອງຮັບປະກັນການຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມກັນຫຼາຍຄົນ. ພ້ອມທັງ, ຮຽກຮ້ອງໃຫ້ວິສາຫະກິດຮັບປະກັນ 3 ຫຼັກການ ຢູ່ກັບທີ່ (ຜະລິດຢູ່ກັບທີ່, ກິນດື່ມຢູ່ກັບທີ່ ແລະ ພັກຜ່ອນຢູ່ກັບທີ່)

ໄປຄຽງຢູ່ກັນນັ້ນ, ຮັບປະກັນວຽກງານຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເປັນພິເສດເຖິງຜູ້ທຸກຍາກ, ຜູ້ມີຄວາມສ່ຽງ, ຮັບປະກັນໃຫ້ປະຊາຊົນກິນອີ່ມນຸ່ງອູ່ນ. ຈັດຕັ້ງການແຈກຢາຍ, ຮັບປະກັນສິນຄ້າຢ່າງຄົບຖ້ວນ, ລົງຂ່າວຢ່າງຊັດເຈນຖືກຕ້ອງ, ທັນການບໍ່ປະໃຫ້ປະຊາຊົນມີຈິດໃຈກັງວົນ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງເນັ້ນໜັກວ່າ ເກິ່ນເທີແມ່ນສູນເສດຖະກິດ ສັງຄົມຂອງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ດັ່ງນັ້ນນອກຈາກການປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງທ້ອງຖິ່ນແລ້ວ ຕ້ອງໜູນຊ່ວຍບັນດາແຂວງ, ນະຄອນໃນພາກພື້ນກ່ຽວກັບກຳລັງ ແລະ ບັນດາເງື່ອນໄຂຕ່າງໆໃນໄລຍະປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ