ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​​​ຄ໋າຍ: ບັນ​ດາ​ສາ​ສະ​ໜາ​ຮ່ວມດຳ​ລົງ​ຊີ​ວິດ​ຢ່າງ​ປອງດອງ​ໃນ​ວົງ​ຄະ​ນະ​ຍາ​ດ​ບັນ​ດາ​ເຜົ່າ​ ຢູ່ຫວຽດ​ນາມ

(VOVWORLD) - ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາ ຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມຍຸຕິທຳລະຫວ່າງບັນດາສາສະໜາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາໃນວິວັດທະນາການພັດທະນາປະເທດຊາດ. 
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​​​ຄ໋າຍ: ບັນ​ດາ​ສາ​ສະ​ໜາ​ຮ່ວມດຳ​ລົງ​ຊີ​ວິດ​ຢ່າງ​ປອງດອງ​ໃນ​ວົງ​ຄະ​ນະ​ຍາ​ດ​ບັນ​ດາ​ເຜົ່າ​ ຢູ່ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ພົບປະກັບຄຸນພໍ່ Franklin Graham, ປະທານສະຫະສະມາຄົມເຜີຍແຜ່ສາສະໜາ Billy Graham (ພາບ: VOV)

ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນໃນການຕ້ອນຮັບຄຸນພໍ່ Franklin Graham, ປະທານສະຫະສະມາຄົມເຜີຍແຜ່ສາສະໜາ Billy Graham, ປະທານອົງການຊ່ວຍເຫຼືອ, ເຜີຍແຜ່ສາສະໜາ ກາໂຕລິກ ສາກົນ Samaritan’Purse ທີ່ພວມມີການຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ຊີ້ແຈ້ງວ່າ: ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາ ຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມຍຸຕິທຳລະຫວ່າງບັນດາສາສະໜາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາໃນວິວັດທະນາການພັດທະນາປະເທດຊາດ. ຢູ່ ຫວຽດນາມ ບໍ່ມີການປະທະກັນທາງດ້ານສາສະໜາ. ບັນດາສາສະໜາຮ່ວມດຳລົງຊີວິດຢ່າງປອງດອງໃນວົງຄະນະຍາດບັນດາເຜົ່າຢູ່ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ສະເໜີໃຫ້ ຄຸນພໍ່ ແລະ ບັນດາສະມາຊິກຄະນະ ສະຫຼະເວລາໄປທັດສະນະຕົວຈິງກ່ຽວກັບຊີວິດການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ຫວຽດນາມ ຢູ່ ນະຄອນ ໂຮ່ຈີມິນ; ທ່ານເຊື່ອໝັ້ນວ່າ, ຜ່ານການທັດສະນະຕົວຈິງ, ຄຸນພໍ່ Franklin ຈະປະກອບສຽງເວົ້ານຳພາບພົດກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ຮັກແພງແຂກຄົນ, ຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ໄປຍັງ ລັດຖະບານ, ປະຊາຊົນ ອາເມລິກາ ແລະ ເພື່ອນມິດສາກົນ, ຊ່ວຍກະຊວງການຕ່າງປະເທດ ອາເມລິກາ ມີຄວາມເຂົ້າໃຈ ແລະ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ ບັນດາປະເທດຄວນຕິດຕາມເປັນພິເສດກ່ຽວກັບສາສະໜາ.

ຕອບກັບ

ຂ່າວ/ບົດ​ອື່ນ