ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ​ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ໜູນ​ຊ່ວຍ​ສະ​ຫະ​ກອນ ໂດຍ​ແມ່​ຍິງ​ເຂົ້າ​ຮ່ວມ​ຄຸ້ມ​ຄອງ

(VOVWORLD) -ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມເລີ່ມເຄື່ອນໄຫວແຜນຮ່າງ “ໜູນຊ່ວຍສະຫະກອນໂດຍແມ່ຍິງເຂົ້າຮ່ວມຄຸ້ມຄອງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຍິງຮອດປີ 2030” ແລະ ປຸກລະດົມການແຂ່ງຂັນແມ່ຍິງ Startup 2023.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ​ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ໜູນ​ຊ່ວຍ​ສະ​ຫະ​ກອນ ໂດຍ​ແມ່​ຍິງ​ເຂົ້າ​ຮ່ວມ​ຄຸ້ມ​ຄອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຕໍ່ການຊີ້ນຳວຽກງານແມ່ຍິງ ແລະ ປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍ, ປະກາດໃຊ້ ແລະ ຊີ້ນຳການຜັນຂະຫຍາຍຫຼາຍນະໂຍບາຍເພື່ອແນໃສ່ສ້າງເງື່ອນໄຂ ໃຫ້ແມ່ຍິງພັດທະນາ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນແຮງງານຍິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການການພັດທະນາແບບຍືນຍົງ, ການເຊື່ອມໂຍງເຂົ້າກັບສາກົນ.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ: ບັນດາແຜນການຂອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ສະຫະພັນແມ່ຍິງ ຫວຽດນາມ ທຸກຂັ້ນປະຕິບັດໜ້າທີ່ປົກປັກຮັກສາ, ເບິ່ງແຍງດູແລໃຫ້ແກ່ແມ່ຍິງ, ປະກອບສ່ວນເຂົ້າໃນການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ໃນໄລຍະ 2021 – 2030, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ແມ່ຍິງທົ່ວປະເທດເຂົ້າຮ່ວມຂະບວນການ Startup, ປະດິດຄິດສ້າງ, ຍົກສູງສິດຄວາມສາມາດດ້ານເສດຖະກິດ. ການເຄື່ອນໄຫວພັດທະນາເສດຖະກິດສຳລັບແມ່ຍິງມີຜົນກະທົບທີ່ຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບສັງຄົມ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາສັງຄົມ, ສ້າງຄອບຄົວທີ່ມີຄວາມຜາສຸກ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ