ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເຂົ້າຮ່ວມລາຍການການນຳຂັ້ນສູງ 2024 ຢູ່ ອາເມລິກາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນຄວາມປາດຖະໜາ ຢາກສືບຕໍ່ສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ
ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເຂົ້າຮ່ວມລາຍການການນຳຂັ້ນສູງ 2024 ຢູ່ ອາເມລິກາ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ)

       ແຕ່ວັນທີ 01 – 03 ເມສາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມລາຍການການນຳຂັ້ນສູງ (VELP) 2024 ຢູ່ມະຫາວິທະຍາໄລ Harvard, ນະຄອນ Boston, ປະເທດ ອາເມລິກາ. ໃນບົດກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນຄວາມປາດຖະໜາ ຢາກສືບຕໍ່ສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນການສຶກສາ ແລະ ບຳລຸງສ້າງ. ທ່ານເຊື່ອໝັ້ນວ່າ, ລາຍການ VELP 2024 ຈະຊ່ວຍສະເໜີຫຼາຍບັນຫາຖືລັກສະນະຍຸດທະສາດ, ກຳນົດທິດວິໄສທັດ ພ້ອມກັບບັນດາຂໍ້ສະເໜີແນະລະອຽດ, ແທດຈິງໃຫ້ແກ່ ຫວຽດນາມ.

        ທີ່ບັນດາວາລະໂອ້ລົມສົນທະນາໃນວັນທີ 01 ເມສາ, ບັນດາຜູ້ແທນຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການຫັນປ່ຽນບັນລຸຜົນສຳເລັດທີ່ສຸດໃນໂລກ ໃນໄລຍະ 2 ທົດສະວັດຜ່ານມາ. ບັນດານັກຊ່ຽວຊານກໍ່ຍົກອອກຫຼາຍຂໍ້ສະເໜີແນະລະອຽດ ແລະ ແທດຈິງໃຫ້ແກ່ ຫວຽດນາມ ເພື່ອກຳແໜ້ນໂອກາດຈາກບັນດາທ່າອ່ຽງໃໝ່, ໂດຍສະເພາະແມ່ນການຍາດແຍ່ງດຶງດູດບັນດາແຫຼ່ງລົງທຶນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ