ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ: ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊາ​ຍ​ແດນ

(VOVWORLD) -“ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ບົດບາດຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນແມ່ນມີຄວາມສຳຄັນຍິ່ງ. ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນຢູ່ເຂດຊາຍແດນນີ້ເອງ ພວມນັບມື້ນັບປະກອບສ່ວນເຂົ້າໃນການປັບປຸງ, ປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ໝັ້ນຄົງ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາລະຫວ່າງສອງປະເທດ..."
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ: ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊາ​ຍ​ແດນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 6 ທັນວາ, ຢູ່ແຂວງ ເງະອານ ເຊິ່ງເປັນແຂວງທີ່ມີຊາຍແດນຕິດກັບ ລາວ ໄດ້ດຳເນີນກອງປະຊຸມໂຄສະນາ, ເຜີຍແຜ່ນະໂຍບາຍກົດໝາຍໃຫ້ນາຍບ້ານດີເດັ່ນຢູ່ລຽບຕາມຊາຍແດນ ຫວຽດນາມ - ລາວ. ການສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງແມ່ນເນື້ອໃນທີ່ສຳຄັນຍິ່ງ, ເຊິ່ງຍາມໃດພັກ, ລັດ ແລະ ປະຊາຊົນສອງປະເທດກໍໄດ້ເອົາໃຈໃສ່, ຊຸກຍູ້… ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ການຄຸ້ມຄອງ ແລະ ປ້ອງກັນຊາຍແດນແມ່ນພາລະກິດລວມຂອງທຸກຂະແໜງການ, ທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຂອງທັງສອງປະເທດ.

        “ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ບົດບາດຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນແມ່ນມີຄວາມສຳຄັນຍິ່ງ. ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນຢູ່ເຂດຊາຍແດນນີ້ເອງ ພວມນັບມື້ນັບປະກອບສ່ວນເຂົ້າໃນການປັບປຸງ, ປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ໝັ້ນຄົງ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາລະຫວ່າງສອງປະເທດ. ໄລຍະຜ່ານມາ, ທ້ອງຖິ່ນຕ່າງໆຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ ໄດ້ ແລະ ກຳລັງຍູ້ແຮງຂະບວນການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຂົນຂວາຍປະຊາຊົນ ຕັ້ງໜ້າເຂົ້າຮ່ວມການປ້ອງກັນຊາຍແດນ, ເພີ່ມທະວີຮູບແບບບ້ານແຮກສ່ຽວ ລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.”

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ: ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊາ​ຍ​ແດນ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: VOV)

     ກ່ອນໜ້ານັ້ນ, ຢູ່ ເທດສະບານ ເກືອຫຼໍ່, ແຂວງ ເງະອານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ; ຢ້ຽມຊົມງານວາງສະແດງຮູບພາບ, ວັດຖຸພັນກ່ຽວກັບຊາຍແດນ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ