ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຄ໊າຍ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 21 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ ສ.ເກົາຫຼີ Choo Kyung Ho.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຄ໊າຍ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ ສ.ເກົາຫຼີ (ພາບ: baochinhphu.vn)

ທີ່ການໂອ້ລົມທາງໂທລະດັບ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ໃນເດືອນທັນວາ ປີ 2022 ເຊິ່ງ ໄດ້ເປີດໄລຍະພັດທະນາໃໝ່ຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ ກ່ວາລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ ສ.ເກົາຫຼີ ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ ຫຼາຍກ່ວາອີກ, ກໍ່ຄືໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ຢ່າງເລິກເຊິ່ງກ່ວາອີກ ແລະ ເປີດກວ້າງການລົງທຶນໃນຫຼາຍຂົງເຂດ ທີ່ຫວຽດນາມ ພວມມີຄວາມສົນໃຈ.

ກ່ຽວກັບການຮ່ວມມືດ້ານແຮງງານ, ທ່ານຮອງນາຍົກລັດຖະມົນຕີ ສະເໜີ ໃຫ້ ສ.ເກົາຫຼີ ເພີ່ມທະວີການຮັບແຮງງານ ຫວຽດນາມ ແລະ ເປີດກວ້າງການຮ່ວມມືແຮງງານ ລະຫວ່າງສອງປະເທດ, ເປັນຕົ້ນແມ່ນແຮງງານທີ່ມີລະດັບວິຊາການ ແລະ ບັນດາຂະແໜງການໃໝ່ເຊິ່ງ ສ.ເກົາຫຼີມີຄວາມຕ້ອງການ. ກ່ຽວກັບວິທະຍາສາດເຕັກໂນໂລຢີ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ສືບຕໍ່ຕັ້ງໜ້າສ້າງບັນດາສູນ R&D ສ.ເກົາຫຼີ ແລະ ສົ່ງເສີມການຖ່າຍທອດເຕັກໂນໂລຢີຕົ້ນຕໍ, ເຕັກໂນໂລຢີທີ່ເປັນແຫຼ່ງໃຫ້ ຫວຽດນາມ, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ລັດຖະບານດີຈີຕອນ…

ຕອບກັບ

ຂ່າວ/ບົດ​ອື່ນ